ອາ​ເມ​ລິ​ກາ ປະ​ກາດ​ຄຳ​ສັ່ງ​ລົງ​ໂທດ​ແນໃສ່​ກຸ່ມ​ບໍ​ລິ​ສັດ Wagner ຂອງ ລັດ​ເຊຍ

(VOVWORLD) -  ວັນທີ 27 ມິຖຸນາ, ກະຊວງການເງິນ ອາເມລິກາ ໄດ້ປະກາດບັນດາມາດຕະການລົງໂທດ ແນໃສ່ກຸ່ມບໍລິສັດ Wagner ຂອງ ລັດເຊຍ ແລະ ຜູ້ນຳໜ້າກຸ່ມບໍລິສັດນີ້, ທ່ານ Yevgeny Prigozhin. ບັນດາມາດຕະການລົງໂທດດັ່ງກ່າວ ແມ່ນແນໃສ່ສະກັດກັ້ນແຜນການແລກຄຳເອົາເງິນ, ຈາກນັ້ນ, ສະໜອງທຶນຮອນໃຫ້ແກ່ກຸ່ມບໍລິສັດການທະຫານ Wagner ຢູ່ ອາຟະລິກາ ແລະ ຕາເວັນອອກກາງ.
ອາ​ເມ​ລິ​ກາ ປະ​ກາດ​ຄຳ​ສັ່ງ​ລົງ​ໂທດ​ແນໃສ່​ກຸ່ມ​ບໍ​ລິ​ສັດ Wagner ຂອງ ລັດ​ເຊຍ - ảnh 1ທ່ານ Yevgeny Prigozhin (ພາບ: AP)

ລະອຽດ, ແຈ້ງການຂອງກະຊວງການເງິນ ອາເມລິກາ ໃຫ້ຮູ້ວ່າ ບັນດາມາດຕະການລົງໂທດໃໝ່ ໄດ້ປະກາດເພື່ອເລັ່ງໃສ່ເຄືອຂ່າຍບັນດາບໍລິສັດຂຸດຄົ້ນ ແລະ ຂາຍຄຳ, ແຮ່ທາດ ແລະ ຫີນປະເສີດປະເພດຕ່າງໆ ຢູ່ບັນດາປະເທດ ອາຟະລິກາ, ເຊິ່ງເປັນບ່ອນທີ່ກຸ່ມບໍລິສັດ Wagner ພວມເຄື່ອນໄຫວ. ຕາມທ່ານຮອງລັດຖະມົນຕີຮັບຜິດຊອບວຽກງານກໍ່ການຮ້າຍ ແລະ ສືບລາຊະການລັບດ້ານການເງິນຂອງກະຊວງການເງິນ ອາເມລິກາ, ທ່ານ Brian Nelson ແລ້ວ, ເງິນຈຳນວນໜຶ່ງທີ່ສະໜອງໃຫ້ກຸ່ມບໍລິສັດ Wagner ແມ່ນມາຈາກການຂຸດຄົ້ນບັນດາແຫຼ່ງຊັບພະຍາກອນທຳມະຊາດຢູ່ບັນດາປະເທດ ຄື ສ.ອາຟະລິກາກາງ ແລະ ມາລີ.  ອາເມລິກາ ຖະແຫຼງວ່າ ຈະສືບຕໍ່ສຸມໃສ່ບັນດາແຫຼ່ງລາຍຮັບຂອງ Wagner ເພື່ອແນໃສ່ສະກັດກັ້ນບັນດາການເຄື່ອນໄຫວເປີດກວ້າງຂອງກຸ່ມບໍລິສັດນີ້ຢູ່ ອາຟະລິກາ, ຢູແກຼນ ແລະ ປະເທດອື່ນໆໃນໂລກ.

        ກ່ອນໜ້ານັ້ນ, ເມື່ອເດືອນ ມັງກອນ ຜ່ານມາ ອຳນາດການປົກຄອງປະທານາທິບໍດີ Joe Biden ຖື ກຸ່ມບໍລິສັດ Wagner ເປັນອົງການອາດຊະຍາກຳຂ້າມຊາດ ແລະ ຊອກຫາວິທີສະກັດກັ້ນແຫຼ່ງການເງິນຂອງກຸ່ມບໍລິສັດນີ້ ຜ່ານບັນດາມາດຕະການລົງໂທດ.

ຟ້າມຮວັນ - ນັກຂ່າວ VOV ປະຈຳ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ