ອ​າ​ເມ​ລິ​ກາ ປະ​ກາດ​ບ້ວ​ງ​ເງິນ​ໜູນ​ຊ່ວຍ​ດ້ານການ​ທະ​ຫານ ທີ່​ມີ​ມູນ​ຄ່າ 325 ລ້ານ USD ໃຫ້​ແກ່ ຢູ​ແກຼນ

(VOVWORLD) - ອາເມລິກາ ໄດ້ປະກາດບ້ວງເງິນໜູນຊ່ວຍດ້ານການທະຫານຄັ້ງຫຼ້າສຸດ ທີ່ມີມູນຄ່າ 325 ລ້ານ USD ໃຫ້ແກ່ ຢູແກຼນ.
ອ​າ​ເມ​ລິ​ກາ ປະ​ກາດ​ບ້ວ​ງ​ເງິນ​ໜູນ​ຊ່ວຍ​ດ້ານການ​ທະ​ຫານ ທີ່​ມີ​ມູນ​ຄ່າ  325 ລ້ານ USD ໃຫ້​ແກ່ ຢູ​ແກຼນ - ảnh 1ກອງທັບ ຢູແກຼນ ຍິງລະບົບລູກສອນໄຟ ຢູ່ໃກ້ກັບເຂດ Zaporizhzhia, ຢູແກຼນ ໃນວັນທີ 12 ພຶດສະພາ 2023 (ພາບ: Reuters)

ວັນທີ 13 ມິຖຸນາ, ກະຊວງປ້ອງກັນປະເທດ ອາເມລິກາ ໄດ້ປະກາດບ້ວງເງິນໜູນຊ່ວຍດ້ານການທະຫານຄັ້ງຫຼ້າສຸດ ທີ່ມີມູນຄ່າ 325 ລ້ານ USD ໃຫ້ແກ່ ຢູແກຼນ, ໃນນັ້ນ ມີລູກສອນໄຟສຳລັບລະບົບປ້ອງກັນ ອາກາດ, ລູກກະສູນ ແລະ ຍານພາຫະນະການທະຫານ.

        ນີ້ແມ່ນບ້ວງເງິນໜູນຊ່ວຍຄັ້ງທີ    40 ຂອງ ວໍຊິງຕັນ ທີ່ມີຕໍ່ ກີແອບ ດ້ວຍວິທີນຳໃຊ້ສິດຖອນທຶນຂອງທ່ານປະທານາທິບໍດີ (PDA), ອະນຸຍາດໃຫ້ລັດຖະບານ ອາເມລິກາ ມອບ - ຮັບບັນດາຜະລິດຕະພັນ ແລະ ການບໍລິການປ້ອງກັນຊາດ ຈາກບັນດາສາງສຳຮອງ ໄດ້ຢ່າງວ່ອງໄວ ໂດຍບໍ່ຈຳເປັນຕ້ອງມີການຮັບຮອງເອົາຈາກສະພາແຫ່ງຊາດໃນກໍລະນີສຸກເສີນ.

        ຢູແກຼນ ຈະໄດ້ຮັບລູກສອນໄຟ, ລູກກະສູນ ແລະ ອາວຸດຕ່າງໆ. ນອກຈາກນັ້ນແລ້ວ, ບ້ວງເງິນໜູນຊ່ວຍດັ່ງກ່າວ ຍັງລວມທັງລົດສູ້ຮົບທະຫານລາດ Bradley, ລົດຫຸ້ມເກາະ, ຍານພາຫະນະຕິດຕໍ່ພົວພັນ ແລະ ລູກປຶນສຳລັບອາວຸດປະເພດເປົ່າຈຳນວນກວ່າ 22 ລ້ານລູກ.


ຕອບກັບ

ຂ່າວ/ບົດ​ອື່ນ