ອາ​ເມ​ລິ​ກາ​ ປະ​ກາດຫຼາຍ​ມາດ​ຕະ​ການ​ລົງ​ໂທດ​ແນ​ໃສ່​ສ່ວນ​ບຸກ​ຄົນ, ວິ​ສາ​ຫ​ະ​ກິດ​ຂອງ ລັດ​ເຊຍ

(VOVWORLD) -ວັນທີ 8 ພຶດສະພາ, ອາເມລິກາປະກາດຫຼາຍມາດຕະການລົງໂທດສະຖານີໂທລະພາບ ແລະ ວິສາຫະກິດລັດເຊຍ, ກໍ່ຄືຈຳກັດການອອກວິຊາໃຫ້ແກ່ເຈົ້າໜ້າທີ່ລັດເຊຍ ແລະ ເບລາຣຸດ ປະມານ 2.600 ທ່ານ.
ອາ​ເມ​ລິ​ກາ​ ປະ​ກາດຫຼາຍ​ມາດ​ຕະ​ການ​ລົງ​ໂທດ​ແນ​ໃສ່​ສ່ວນ​ບຸກ​ຄົນ, ວິ​ສາ​ຫ​ະ​ກິດ​ຂອງ ລັດ​ເຊຍ - ảnh 1ທະນາຄານ Sberbank ຂອງ ລັດເຊຍ ຢູ່ ໂອຕາລິດ (ພາບ: AFP/TTXVN)

ຕາມເຈົ້າໜ້າທີ່ຂັ້ນສູງຄົນໜຶ່ງຂອງ ອຳນາດການປົກຄອງ ອາເມລິກາແລ້ວ, ຜູ້ອຳນວຍການຝ່າຍບໍລິຫານທະນາຄານ Gazprombank ຂອງລັດເຊຍ ກໍ່ນອນໃນບັນຊີລາຍຊື່ “ດຳ”. ນອກຈາກນັ້ນ, ຜູ້ອຳນວຍການຝ່າຍບໍລິຫານ 8 ທ່ານຂອງທະນາຄານ Sberbank, ທະນາຄານ ອຸດສາຫະກຳ Moscow ແລະ 10 ສາຂາກໍ່ຖືກຈັດວາງຄຳສັ່ງລົງໂທດ. ເຈົ້າໜ້າທີ່ທ່ານນີ້ ຢັ້ງຢືນວ່າ ບັນດາຄຳສັ່ງລົງໂທດໃໝ່ຂອງ ອາເມລິກາ ແມ່ນສືບຕໍ່ປັດເຂ່ຍ ລັດເຊຍ ອອກຈາກລະບົບເສດຖະກິດ ແລະ ການເງິນທົ່ວໂລກ.

        ກະຊວງການເງິນ ອາເມລິກາ ກໍ່ໄດ້ປະກາດບັນດາຄຳສັ່ງຫ້າມ, ຈຳກັດການອອກວິຊາໃຫ້ແກ່ເຈົ້າໜ້າທີ່ການທະຫານລັດເຊຍ ແລະ ບັນດາກຳລັງ ທີ່ລັດເຊຍໜູນຫຼັງຢູ່ ຢູແກຼນ 2.500 ຄົນ, ພ້ອມທັງກຳນົດວ່າ 8 ບໍລິສັດທີ່ກ່ຽວຂ້ອງເຖິງການເດີນເຮືອຂອງ ລັດເຊຍ ແລະ ເພີ່ມເຕີມກ່ຳປັ່ນ 69 ລຳເຂົ້າບັນຊີລາຍຊື່ລົງໂທດຂອງ ກະຊວງການເງິນ ອາເມລິກາ. 

ຕອບກັບ

ຂ່າວ/ບົດ​ອື່ນ