ອາເມລິກາ ພິຈາລະນາຍຸດທະສາດຕີສະກັດກັ້ນລູກສອນໄຟຂອງ ສປປ ເກົາຫຼີ

(VOVWORLD) - ທຳນຽບຂາວ ໄດ້ສະເໜີໃຫ້ສະພາແຫ່ງຊາດປ່ອຍບ້ວງເງິນງົບປະມານ 4 ຕື້ USD ເພື່ອປະຕິບັດບັນດາຍຸດທະສາດທົດລອງນີ້.
ອາເມລິກາ ພິຈາລະນາຍຸດທະສາດຕີສະກັດກັ້ນລູກສອນໄຟຂອງ ສປປ ເກົາຫຼີ - ảnh 1 ພາບປະກອບ

ອຳນາດການປົກຄອງ ອາເມລິກາ ພວມຄິດໄລ່ຊັ່ງຊາ 2 ຍຸດທະສາດທົດລອງເພື່ອສະກັດກັ້ນການບຸກໂຈມຕີດ້ວຍລູກສອນໄຟຂອງ ສປປ ເກົາຫຼີ ແນໃສ່ດິນແດນ ອາເມລິກາ.

        ການສຳພັດທີ່ໜຶ່ງກ່ຽວຂ້ອງເຖິງເລື່ອງເພີ່ມທະວີບັນດາການບຸກໂຈມຕີທາງອີນເຕີເນັດ ແລະ ບັນດາການກະທຳມ້າງເພທຳລາຍອື່ນໆ ອາດສາມາດແຊກແຊງເຂົ້າບັນດາເຫດຍິງລູກສອນໄຟ. ວິທີສຳພັດທີສອງ ແມ່ນໃຫ້ລະເບີດບັນດາລູກສອນໄຟ, ເມື່ອບັນດາລູກສອນໄຟນີ້ແມ່ນບັນດາເປົ້າໝາຍມີລະດັບການເຄື່ອນຍ້າຍຊ້າ ແລະ ພົບເຫັນງາຍ.

        ທຳນຽບຂາວ ໄດ້ສະເໜີໃຫ້ສະພາແຫ່ງຊາດປ່ອຍບ້ວງເງິນງົບປະມານ 4 ຕື້ USD ເພື່ອປະຕິບັດບັນດາຍຸດທະສາດທົດລອງນີ້. ກ່ອນໜ້ານັ້ນ, ສະພາແຫ່ງຊາດ ໄດ້ສະໜອງບ້ວງເງິນ 8 ຕື້ USD ໃຫ້ແກ່ອົງການປ້ອງກັນລູກສອນໄຟ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ