ອາເມລິກາ ພ້ອມແລ້ວທີ່ຈະເຈລະຈາ ກັບ ອີຣານ ໂດຍບໍ່ຕ້ອງມີເງື່ອນໄຂໃດໆ

(VOVWORLD) -ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ຢັ້ງຢືນວ່າ ວໍຊີງຕັນ ພ້ອມແລ້ວທີ່ຈະເຈລະຈາກັບ ອີຣານ ໂດຍບໍ່ຕ້ອງມີເງື່ອນໄຂໃດໆ.

        ວັນທີ 2 ມິຖຸນາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ຢັ້ງຢືນວ່າ ວໍຊີງຕັນ ພ້ອມແລ້ວທີ່ຈະເຈລະຈາກັບ ອີຣານ ໂດຍບໍ່ຕ້ອງມີເງື່ອນໄຂໃດໆ. ກ່າວຄໍາເຫັນທີ່ກອງປະຊຸມຖະແຫຼງຂ່າວຮ່ວມກັບຄູ່ຕໍາແໜ່ງ ສະວິດ Ignazio Cassis, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ຢັ້ງຢືນວ່າ ວໍຊີງຕັນ ໄດ້ກະກຽມ ເພື່ອເຈລະຈາກັບ ເຕເຮຣານ ໂດຍບໍ່ຕ້ອງມີເງື່ອນໄຂໃດໆ ແຕ່ ທ່ານຍັງເນັ້ນໜັກວ່າ ອາເມລິກາ ຈະສືບຕໍ່ສ້າງຄວາມກົດດັນ ເພື່ອຄວບຄຸມການກະທໍາຂອງ ອີຣານ.

        ໃນຂະນະນັ້ນ, ວັນທີ 02 ມິຖຸນາ, ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Mohammed Javad Zarif ຢັ້ງຢືນວ່າ ການປະຕິບັດຂໍ້ຕົກລົງນິວເຄຼຍ ເຊິ່ງ ອີຣານ ໄດ້ລົງນາມ ກັບ ບັນດາປະເທດມະຫາອໍານາດໃນໂລກ ເມື່ອປີ 2015 ແມ່ນເງື່ອນໄຂຕັດສິນຊີ້ຂາດ ສໍາລັບບໍ່ວ່າການເຈລະຈາໃດໆກັບ ອາເມລິກາ. ຕາມທ່ານລັດຖະມົນຕີ ອີຣານ  Mohammed Javad Zarif ແລ້ວ, ອີຣານ ກໍບໍ່ຕ້ອງການມີຄົນກາງໄກ່ເກ່ຍ ເຊິ່ງແທນທີ່ນັ້ນ ອາເມລິກາ ຕ້ອງຢຸດຕິສົງຄາມດ້ານເສດຖະກິດ ເຊິ່ງ ວໍຊີງຕັນ ປຸກລະດົມທີ່ແນໃສ່ ອີຣານ. ໃນເມື່ອຄວາມເປັນປໍລະປັກສິ້ນສຸດລົງ, ສະພາບການກໍຈະປ່ຽນແປງຢ່າງແນ່ນອນ.


ຕອບກັບ

ຂ່າວ/ບົດ​ອື່ນ