ອາ​ເມ​ລິ​ກາ ພ້ອມ​ແລ້ວ​ທີ່​ຈະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ ຈີນ ກ່ຽວ​ກັບ​ບັນ​ຫາ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

(VOVWORLD) - າເມລິກາ ພ້ອມແລ້ວທີ່ຈະເພີ່ມທະວີການຮ່ວມມືກັບ ຈີນ ເພື່ອແກ້ໄຂບັນຫາການປ່ຽນແປງຂອງດິນຟ້າອາກາດ ແລະ ສິ່ງທ້າທາຍທົ່ວໂລກອື່ນໆທີ່ຮີບດ່ວນ, ກໍຄືຊຸກຍູ້ກອງປະຊຸມຄັ້ງທີ 28 ບັນດາຝ່າຍເຂົ້າຮ່ວມ ສົນທິສັນຍາຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ.
ອາ​ເມ​ລິ​ກາ ພ້ອມ​ແລ້ວ​ທີ່​ຈະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ ຈີນ ກ່ຽວ​ກັບ​ບັນ​ຫາ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ - ảnh 1ທ່ານ John Kerry ທູດພິເສດກ່ຽວກັບດິນຟ້າອາກາດ ຂອງ ອາເມລິກາ (ພາບ: AFP/TTXVN)

ອາເມລິກາ ຫວັງວ່າ ການພົວພັນລະຫວ່າງ ອາເມລິກາ - ຈີນ ຈະຮັກສາສະຖຽນລະພາບ. ອາເມລິກາ ພ້ອມແລ້ວທີ່ຈະເພີ່ມທະວີການຮ່ວມມືກັບ ຈີນ ເພື່ອແກ້ໄຂບັນຫາການປ່ຽນແປງຂອງດິນຟ້າອາກາດ ແລະ ສິ່ງທ້າທາຍທົ່ວໂລກອື່ນໆທີ່ຮີບດ່ວນ, ກໍຄືຊຸກຍູ້ກອງປະຊຸມຄັ້ງທີ 28 ບັນດາຝ່າຍເຂົ້າຮ່ວມ ສົນທິສັນຍາຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP28)  ທີ່ຈະດຳເນີນໃນເດືອນ ພະຈິກ ຈະມາເຖິງ ຢູ່ Dubai, ສະຫະລັດ ອາຣັບ ເອມມີເລດ (UAE) ໃຫ້ປະສົບຜົນສຳເລັດຢ່າງຈົບງາມ. ໃນການຢ້ຽມຢາມ ຈີນ, ທູດພິເສດກ່ຽວກັບດິນຟ້າອາກາດ ຂອງ ອາເມລິກາ, ທ່ານ John Kerry ໄດ້ຖະແຫຼງຄືດັ່ງກ່າວ ເມື່ອເຂົ້າພົບທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ຢູ່ ປັກກິ່ງ ໃນວັນທີ 18 ກໍລະກົດ.

        ສ່ວນທ່ານນາຍົກລັດຖະມົນຕີ ຫຼີຊຽນ ຮຽກຮ້ອງໃຫ້ປະຕິບັດລັດທິຫຼາຍຝ່າຍ ແລະ ປະຕິບັດເປົ້າໝາຍຕ່າງໆ ກໍຄື ຫຼັກການທີ່ໄດ້ວາງອອກໃນສົນທິສັນຍາຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະ ສັນຍາ ປາຣີ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ.

ຕອບກັບ

ຂ່າວ/ບົດ​ອື່ນ