ອາ​ເມ​ລິ​ກາ ຢັ້ງຢືນຄືນ​ໃໝ່ ຈະ​ຮັກສາ​ຄໍາໝັ້ນສັນຍາ​ສ້າງ​ແຫຼມ ​ເກົາຫຼີ ປອດ​ນິວ​ເຄຼຍ

(VOVWORLD) -ວັນທີ 30 ເມສາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ຢັ້ງຢືນວ່າ ວໍຊີງຕັນ ຍາມໃດກໍຮັກສາຄໍາໝັ້ນສັນຍາສ້າງແຫຼມເກົາຫຼີ ປອດນິວເຄຼຍ. 
ອາ​ເມ​ລິ​ກາ ຢັ້ງຢືນຄືນ​ໃໝ່ ຈະ​ຮັກສາ​ຄໍາໝັ້ນສັນຍາ​ສ້າງ​ແຫຼມ ​ເກົາຫຼີ ປອດ​ນິວ​ເຄຼຍ - ảnh 1 ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo (ພາບ: TTXVN)

 ເມື່ອຕອບສໍາພາດໃນລາຍການກະຈາຍສຽງ “The Scott Sands Show”, ລັດຖະມົນຕີການຕ່າງປະເທດ ອາເມລິກາ ເນັ້ນໜັກວ່າ ອາເມລິກາ ຍັງຄົງສືບຕໍ່ຕິດຕາມສະພາບການຢູ່ ສປປ.ເກົາຫຼີ ຢ່າງແໜ້ນແຟ້ນ ແລະ ພວມມານະພະຍາຍາມເພື່ອຮັບປະກັນວ່າ ກຽມພ້ອມຮັບມືກັບທຸກກໍລະນີທີ່ເກີດຂຶ້ນ. ທ່ານ Mike Pompeo ຢັ້ງຢືນຄືນໃໝ່ວ່າ ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ປະກາດຢ່າງຈະແຈ້ງວ່າ ອາເມລິກາ ມີພາລະກໍາພຽງຢ່າງດຽວວ່າ ປະຕິບັດບັນດາມາດຕາຂອງຂໍ້ຕົກລົງຢູ່ ສິງກະໂປ ເພື່ອແນໃສ່ສ້າງແຫຼມເກົາຫຼີ ປອດນິວເຄຼຍ.

ຕອບກັບ

ຂ່າວ/ບົດ​ອື່ນ