ອາ​ເມ​ລິ​ກາ ຢັບ​ຢັ້ງ​ຮ່າງ​ມະ​ຕິ​ຂອງ​ສ​ະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ​ ກ່ຽວ​ກັບ​ການ​ປະ​ທະ​ກັນ​ຢູ່​ຕາ​ເວັນ​ອອກ​ກາງ ເປັນ​ຄັ້ງ​ທີ 3

(VOVWORLD) -   ນີ້ເປັນຄັ້ງທີ 3 ເຊິ່ງ ອາເມລິກາ ຢັບຢັ້ງຮ່າງມະຕິຂອງ ສະພາຄວາມໝັ້ນຄົງ ສປຊ ກ່ຽວກັບການປະທະກັນຢູ່ຕາເວັນອອກກາງ. ອະທິບາຍໃຫ້ແກ່ການຢັບຢັ້ງນີ້, ຝ່າຍ ອາເມລິກາ ຖືວ່າ ຮ່າງມະຕິນີ້ ອາດຈະສົ່ງຜົນກະທົບຕໍ່ການເຈລະຈາຄັ້ງຕ່າງໆລະຫວ່າງ ອາເມລິກາ, ອີຢິບ, ອິດສະຣາແອັນ ແລະ ກາຕາ ເພື່ອຢຸດຕິການປະທະກັນ ແລະ ສົ່ງສິດເສລີໃຫ້ແກ່ບັນດາຕົວປະກັນທີ່ພວມຖືກກັກຂັງ. 
ອາ​ເມ​ລິ​ກາ ຢັບ​ຢັ້ງ​ຮ່າງ​ມະ​ຕິ​ຂອງ​ສ​ະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ​ ກ່ຽວ​ກັບ​ການ​ປະ​ທະ​ກັນ​ຢູ່​ຕາ​ເວັນ​ອອກ​ກາງ ເປັນ​ຄັ້ງ​ທີ 3 - ảnh 1ເຂດ ກາຊາ ວັນທີ 1/12/2023 (ພາບ: AFP/TTXVN)

ໃນການປ່ອນບັດຕໍ່ຮ່າງມະຕິໂດຍ ອານເຊຣີ ຮຽບຮຽງ ເຊິ່ງດຳເນີນໃນວັນທີ 20 ກຸມພາ, ໄດ້ມີ 13 ປະເທດສະມາຊິກສະພາຄວາມໝັ້ນຄົງ ສປຊ ປ່ອນບັດສະໜັບສະໜູນ, ມີພຽງແຕ່ ອາເມລິກາ ປ່ອນບັດຄ້ານ ແລະ ອັງກິດ ປ່ອນບັດຂາວ. ເນື້ອໃນຂອງຮ່າງມະຕິຄັ້ງນີ້ ບໍ່ຜູກມັດຄຳສັ່ງຢຸດຍິງຢູ່ເຂດ ກາຊາ ກັບການປ່ອຍຕົວປະກັນ ເຊິ່ງ ຮາມາດສ ພວມກັກຂັງໃນປັດຈຸບັນອອກ. ຮ່າງມະຕິສະບັບນີ້ ໄດ້ຍົກອອກຄຳຮຽກຮ້ອງສະເພາະ 2 ຂໍ້ ເຊັ່ນ: ບັນລຸໄດ້ຄຳສັ່ງຢຸດຍິງແບບມະນຸດສະທຳໃນທັນທີ ແລ້ວປ່ອຍຕົວປະກັນທັງໝົດໃນທັນທີ ແລະ ໄຮ້ເງື່ອນໄຂ.

        ນີ້ເປັນຄັ້ງທີ 3 ເຊິ່ງ ອາເມລິກາ ຢັບຢັ້ງຮ່າງມະຕິຂອງ ສະພາຄວາມໝັ້ນຄົງ ສປຊ ກ່ຽວກັບການປະທະກັນຢູ່ຕາເວັນອອກກາງ. ອະທິບາຍໃຫ້ແກ່ການຢັບຢັ້ງນີ້, ຝ່າຍ ອາເມລິກາ ຖືວ່າ ຮ່າງມະຕິນີ້ ອາດຈະສົ່ງຜົນກະທົບຕໍ່ການເຈລະຈາຄັ້ງຕ່າງໆລະຫວ່າງ ອາເມລິກາ, ອີຢິບ, ອິດສະຣາແອັນ ແລະ ກາຕາ ເພື່ອຢຸດຕິການປະທະກັນ ແລະ ສົ່ງສິດເສລີໃຫ້ແກ່ບັນດາຕົວປະກັນທີ່ພວມຖືກກັກຂັງ. ອາເມລິກາ ກໍໃຫ້ຮູ້ວ່າ ປະເທດນີ້ ພວມກະກຽມສະເໜີຮ່າງມະຕິຄັ້ງທີ 2, ໃນນັ້ນ ໄດ້ເນັ້ນໜັກເຖິງການສະໜັບສະໜູນຕໍ່ຄຳສັ່ງຢຸດຍິງຊົ່ວຄາວຢູ່ເຂດ ກາຊາ ພາຍຫຼັງທີ່ມີເງື່ອນໄຂໃນທັນທີ ເພື່ອແລກເອົາການປ່ອຍສິດເສລີ ໃຫ້ແກ່ຕົວປະກັນທຸກຄົນ ແລະ ຮຽກຮ້ອງໃຫ້ຍົກເລີກທຸກຮົ້ວກີດຂວາງສຳລັບການສະໜອງການຊ່ວຍເຫຼືອມະນຸດສະທຳໃນວົງກວ້າງ.

ຕອບກັບ

ຂ່າວ/ບົດ​ອື່ນ