ອາເມລິກາ ຢາກເພີ່ມທະວີ ການພົວພັນກັບລັດຖະບານໃໝ່ ອີນໂດເນເຊຍ

ອາເມລິກາ ຢາກເພີ່ມທະວີ ການພົວພັນກັບລັດຖະບານໃໝ່ ອີນໂດເນເຊຍ - ảnh 1
(ທ່ານ​ປະທານ​າທິບໍດີ​ອາ​ເມ​ລິ​ກາ Barack Obama)

(vovworld) –  ວັນ​ທີ 24/07, ທ່ານ​ປະທານ​າທິບໍດີ​ອາ​ເມ​ລິ​ກາ Barack Obama ​ໄດ້ຊົມ​ເຊີຍ​ທ່ານ​ Joko Widodo, ປະທານາ​ທິບໍດີຜູ້​ໄດ້​ຮັບ​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງປະທານາທິບໍດີຂອງອີນ​ໂດ​ເນ​ເຊຍ, ພ້ອມ​ທັງ​ສະ​ແດງ​ຄວາມ​ປາດ​ຖະໜາ​ຢາ​ກ​ເພີ່ມ​ທະວີ​ການ​ພົວພັນ​ກັບ​ລັດຖະບານ​ໃໝ່​ຂອງ​ປະ​ເທດ​ນີ້.

        ກ່າວ​ຄຳ​ເຫັນ​ໃນ​ການ​ເຈລະຈາ​ກັບ​ທ່ານ Widodo, ທ່ານ​ປະທາ​ນາທິບໍດີ Obama ສະ​ແດງ​ການ​ສະໜັບສະໜູນ​ຂອງ​ອາ​ເມ​ລິ​ກາ ທີ່​ມີ​ຕໍ່​ໝາກຜົນ​ການ​ເລືອກ​ຕັ້ງ​​ເມື່ອ​ວັນ​ທີ 09/07, ​ເຊິ່ງຕາມ​ນັ້ນ​ແລ້ວ ທ່ານ Widodo ​ໄດ້​ຮັບ​ກຳນົດ​ວ່າ​ເປັນ​ຜູ້​ຍາດ​ໄດ້​ໄຊຊະນະ ດ້ວຍ​ອັດຕາ​ບັດ​ສະໜັບສະ​ໜູນຫຼາຍ​ກວ່າຄູ່​ແຂ​່ງ 6%. ການ​ນຳ​ອາ​ເມ​ລິ​ກາ ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ອີນ​ໂດ​ເນ​ເຊຍ ສຳລັບ​ພາກ​ພື້ນ ​ແລະ ຢືນຢັນ​ຄືນ​ໃໝ່​ນະ​​ໂຍບາຍສ້າງ​ຄວາມ​ດູ່​ນດ່ຽງຄືນ​ໃໝ່​ຂອງ​ອາ​ເມ​ລິ​ກາ ສຳລັບ​ອາຊີ - ປາຊີ​ຟິກ. ທ່ານ​ປະທາ​ນາທິບໍດີ Obama ກໍ່​ຊີ້​ແຈ້ງ​ບົດບາດ​ສຳຄັນ​ຂອງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ອາ​ເມ​ລິ​ກາ - ອີນ​ໂດ​ເນ​ເຊຍ ​ເຊິ່ງ 2 ປະ​ເທດ​ໄດ້​ລົງ​ນາມ​ໃນ​ການ​​ໄປຢ້ຽມຢາມອີນ​ໂດ​ເນ​ເຊຍ ຂອງ​ທ່ານ​ປະທາ​ນາທິບໍດີ Obama ​​ເມື່ອ​ເດືອນ 11/2010.

ຂ່າວ/ບົດ​ອື່ນ