ອາເມລິກາ ລົງໂທດຫົວໂປ່ IS ຫລາຍຄົນ

(VOVWORLD) - ວັນທີ 15 ມິຖຸນາ, ກະຊວງການຕ່າງປະເທດ ອາເມລິກາ ລົງໂທດສະມາຊິກຂອງອົງການ “ລັດອິດສະລາມ” (IS) 3 ຄົນ
ອາເມລິກາ ລົງໂທດຫົວໂປ່ IS ຫລາຍຄົນ - ảnh 1 (ພາບປະກອບ)

ໃນນັ້ນ ມີຫົວໂປ່ຊີ້ນຳປະຕິບັດບັນດາເຫດບຸກໂຈມຕີຢູ່ Paris (ຝະລັ່ງ) ເມື່ອເດືອນພະຈິກ 2015 ແລະ ຢູ່ ບຣຸກແຊນ (ແບນຊິກ) ເມື່ອເດືອນມີນາ 2016. ໃນບັນດາເປົ້າໝາຍນີ້ ມີ Mohammed Al Binali ຜູ້ໄດ້ອອກຈາກ Bahrain ເພື່ອເຂົ້າຮ່ວມ IS ເມື່ອປີ 2014 ແລະ ໄດ້ປະກົດມີ ຄຼິບວິດີໂອຫລາຍຕອນ ກະຕຸກຊຸກຍູ້ຊາວ Bahrain ເມື່ອເຂົ້າຮ່ວມອົງການກໍ່ການຮ້າຍນີ້; ກໍ່ຄື Mohammad Shafi Armar ຫົວໂປ່ຂັ້ນສູງຂອງ IS ຮັບຜິດຊອບການເກັບນັກຮົບຢູ່ ອິນເດຍ.

        ແລະກໍ່ໃນວັນດຽວກັນ, ຕຳຫລວດ ມາເລເຊຍໄດ້ຈັບຕົວມືປືນ IS 2 ຄົນຢູ່ນະຄອນ Sandakan ລັດ Sabah ພາກຕາເວັນອອກ ມາເລເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ