ອາ​ເມ​ລິ​ກາ, ລັດ​ເຊຍ, ຈີນ ສືບ​ຕໍ່​ຢູ່​ອັນ​ດັບ​ຕົ້ນ​ໆ​ຂອງ​ຕາ​ຕະ​ລາງ​ຈັດ​ອັນ​ດັບ​ກຳ​ລັງ​ແຮງ​ດ້ານ​ການ​ທະ​ຫານ​ປີ 2023

(VOVWORLD) -   ອາເມລິກາ, ລັດເຊຍ, ຈີນ ສືບຕໍ່ແມ່ນ 3 ປະເທດ ນຳໜ້າໃນຕາຕະລາງຈັດອັນດັບ 10 ປະເທດ ທີ່ມີກຳລັງແຮງດ້ານການທະຫານແຖວໜ້າໂລກ ປີ 2023 ໂດຍອົງການໄຈ້ແຍກດ້ານປ້ອງກັນຊາດ Global Firepower ໄດ້ປະກາດໃນວັນທີ 23 ພະຈິກ.
ອາ​ເມ​ລິ​ກາ, ລັດ​ເຊຍ, ຈີນ ສືບ​ຕໍ່​ຢູ່​ອັນ​ດັບ​ຕົ້ນ​ໆ​ຂອງ​ຕາ​ຕະ​ລາງ​ຈັດ​ອັນ​ດັບ​ກຳ​ລັງ​ແຮງ​ດ້ານ​ການ​ທະ​ຫານ​ປີ 2023 - ảnh 1ລົດຖັງ T-90M  ຂອງລັດເຊຍ (ພາບປະກອບ: Armyrecognition.com)

ຕາຕະລາງຈັດອັນດັບກຳລັງແຮງດ້ານການທະຫານປີ 2023 ຂອງ Global Firepower ໄດ້ປະເມີນຕີລາຄາ 145 ປະເທດ ໂດຍອີງໃສ່ກວ່າ 60 ປັດໄຈ ເປັນຕົ້ນແມ່ນ ຈຳນວນພົນທະຫານ, ຍຸດໂທປະກອນ, ຄວາມສະຖຽນລະພາບດ້ານການເງິນ, ທີ່ຕັ້ງພູມີສາດ ແລະ ແຫຼ່ງກຳລັງທີ່ພວມມີຢູ່.

        ຕາມອົງການດັ່ງກ່າວແລ້ວ, ຢືນອັນດັບ 1 ຂອງ ຕາຕະລາງ ແມ່ນປະເທດ ອາເມລິກາ ດ້ວຍງົບປະມານໃຊ້ຈ່າຍໃຫ້ແກ່ການທະຫານຂຶ້ນເຖິງ 877 ຕື້ USD. ປະເທດນີ້ ມີເຮືອບິນ 13.300 ລຳ ແລະ ຈຳນວນພົນທະຫານຂຶ້ນເຖິງ 1.832.000 ຄົນ.

        ຢືນອັນດັບທີ 2 ແມ່ນ ລັດເຊຍ, ດ້ວຍງົບປະມານໃຊ້ຈ່າຍໃຫ້ແກ່ການທະຫານບັນລຸ 864 ຕື້ USD. ປັດຈຸບັນ, ລັດເຊຍ ມີທະຫານທັງໝົດ 1.330.900 ຄົນ ແລະ ມີເຕັກໂນໂລຢີທີ່ກ້າວໜ້າ ແລະ ກຳລັງທະຫານໄດ້ຮັບການຝຶກຊ້ອມຢ່າງມີແບບມີແຜນ ພ້ອມທັງມີຜົນສະທ້ອນເຖິງຍຸດທະສາດຂອງທົ່ວໂລກ.

        ຢູ່ອັນດັບທີ 3 ແມ່ນ ຈີນ ດ້ວຍລະດັບງົບປະມານໃຊ້ຈ່າຍແກ່ການທະຫານ 292 ຕື້ USD. ຈີນ ມີທະຫານທັງໝົດ 3.135.000 ຄົນ, ມີເຮືອບິນ 3.166 ລຳ ແລະ ລົດຖັງ 4.950 ຄັນ.

        ບັນດາອັນດັບຕໍ່ໄປໃນຕາຕະລາງ ແມ່ນ ອິນເດຍ, ອັງກິດ, ສ.ເກົາຫຼີ, ປາກິດສະຖານ, ຍີ່ປຸ່ນ, ຝລັ່ງ ແລະ ອີຕາລີ ຕາມລຳດັບ.

ຕອບກັບ

ຂ່າວ/ບົດ​ອື່ນ