ອາເມລິກາ ສືບຕໍ່່ ເຈລະຈາ ກັບ ສປປ.ເກົາຫຼີ

(VOVWORLD) -  ວັນທີ 30 ເມສາ,  ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ຢັ້ງຢືນວ່າ ວໍຊິງຕັນ ຍັງຄົງກຽມພ້ອມທີ່ຈະເຂົ້າຮ່ວມບັນດາການເຈລະຈາປອດນິວເຄຼຍ ກັບ ສປປ.ເກົາຫຼີ.
ອາເມລິກາ ສືບຕໍ່່ ເຈລະຈາ ກັບ ສປປ.ເກົາຫຼີ - ảnh 1 ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Mike Pompeo ກ່າວຄໍາເຫັນທີ່ທໍານຽບຂາວ (ພາບ: AFP/TTXVN)

        ຖະແຫຼງການດັ່ງກ່າວ ໄດ້ຍົກອອກມາ ພາຍຫຼັງທ່ານຮອງລັດຖະມົນຕີການຕ່າງປະເທດ ສປປ.ເກົາຫຼີ Choe Son-hui ກ່າວເຕືອນວ່າ  ອາເມລິກາ ຈະຕ້ອງປະເຊີນໜ້າກັບບັນດາຜົນຮ້າຍຢ້ອນຫຼັງທີ່ ບໍ່ເພິ່ງປາດຖະໜາ ຖ້າຫາກວ່າ ຮອດທ້າຍປີນີ້, ວໍຊິງຕັນ ບໍ່ຍົກອອກຫຼັກໝັ້ນໃໝ່ກ່ຽວກັບການເຈລະຈາບັນຫານິວເຄຼຍ.

        ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Mike Pompeo ສະແດງໃຫ້ເຫັນທ່ານບໍ່ມີຄວາມວິຕົກກັງວົນຕໍ່ຄໍາໂຈມຕີດັ່ງກ່າວ, ພ້ອມທັງຖືວ່າ ມີພຽງວິທີດຽວເທົ່ານັ້ນ ແມ່ນສໍາຜັດກັບຕົວຈິງສໍາລັບບັນຫາປອດນິວເຄຼຍ - ນັ້ນແມ່ນເລີ່ມຈາກການບໍ່ນາບຂູ່ກັນ.

        ກ່ອນໜ້ານັ້ນ, ຕາມສໍານັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA) ແລ້ວ, ພຽງຢາງ ປາດຖະໜາຢາກໃຫ້ ວໍຊີງຕັນ ບົ່ງຕົວເອົາຜູ້ອື່ນເປັນຫົວໜ້າຄະນະເຈລະຈາກ່ຽວກັບບັນຫາ ປອດນິວເຄຼຍ ແທນໃຫ້ທ່ານລັດຖະມົນຕີການຕ່າງປະເທດ Mike Pompeo. ເພາະສປປ.ເກົາຫຼີ ຖືວ່າ ທ່ານ Mike Pompeo ບໍ່ເຂົ້າໃຈຫຼັກໝັ້ນຂອງ ພຽງຢາງ ແລະ ເຮັດໃຫ້ວິວັດການເຈລະຈາຕົກເຂົ້າສູ່ສະພາບການຈົນຕາແຈ.


ຕອບກັບ

ຂ່າວ/ບົດ​ອື່ນ