ອາເມລິກາ ສືບຕໍ່ຮັກສາອັດຕາດອກເບ້ຍພື້ນຖານຢູ່ໃນລະດັບປະຈຸບັນ

(VOVWORLD) - ໄພເງິນເຟີ້ ຢູ່ພື້ນຖານເສດຖະກິດອັບດັບ 1 ຂອງໂລກ ໄດ້ຫລຸດລົງຢູ່ໃນລະດັບ 3,1% ໃນເດືອນມັງກອນປີນີ້ ແຕ່ກໍ່ໄດ້ເພີ່ມຂຶ້ນເຖິງ 3,2%ໃນເດືອນກຸມພາ.
ອາເມລິກາ ສືບຕໍ່ຮັກສາອັດຕາດອກເບ້ຍພື້ນຖານຢູ່ໃນລະດັບປະຈຸບັນ - ảnh 1ສຳນັກງານ ທະນາຄານກາງ ອາເມລິກາ (FED) ຢູ່ ວໍຊິງຕັນ. DC. ພາບ: AFP/TTXVN

ວັນທີ 20 ມິນາ, ທະນາຄານກາງ ອາເມລິກາ (FED)  ໄດ້ຕົກລົງຈະຮັກສາອັດຕາດອກເບ້ຍພື້ນຖານຢູ່ລະດັບປະຈຸບັນແຕ່ 5,25%  - 5,5%, ຊື່ງແມ່ນລະດັບທີ່ໄດ້ວາງອອກແຕ່ເດືອນກໍລະກົດໃນປີກາຍນີ້. ຕາມທ່ານ Jerome Powell ປະທານ FED ແລ້ວ, ໄພເງິນເຟີ້ ຢູ່ ອາເມລິກາ ຍັງຄົງຢູ່ໃນລະດັບສູງ ແລະ ຄາດໝາຍນຳໄພເງິນເຟີ້ລົງລະດັບ 2% ແມ່ນບັນຫາບໍ່ງ່າຍດາຍ. ບັນດາເຈົ້າຫນ້າທີ່ FED ໄດ້ຍົກອອກບາງການຄາດຄະເນເສດຖະກິດໃຫມ່ ຜ່ານນັ້ນຄາດວ່າຈະມີການຫລຸດຜ່ອນອັດຕາດອກເບ້ຍພື້ນຖານ 3 ຄັ້ງໃນປີນີ້, ສ່ວນໃຫຍ່ແມ່ນຄ້າຍຄືກັນກັບການຄາດຄະເນໃນທ້າຍປີ 2023.

  ໄພເງິນເຟີ້ຢູ່ ອາເມລິກາ ບາງໄລຍະແມ່ນຂຶ້ນເຖິງ 9,1% ໃນເດືອນມິຖຸນາປີກາຍ ແມ່ນລະດັບສູງສຸດໃນຮອດເວລາ 40 ປີ. ໄພເງິນເຟີ້ຢູ່ພື້ນຖານເສດຖະກິດອັບດັບ 1 ຂອງໂລກ ໄດ້ຫລຸດລົງຢູ່ໃນລະດັບ 3,1% ໃນເດືອນມັງກອນປີນີ້ ແຕ່ກໍ່ໄດ້ເພີ່ມຂຶ້ນເຖິງ 3,2%ໃນເດືອນກຸມພາ.

 

ນັກຂ່າວ VOV ປະຈຳອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ