ອາເມລິກາ, ສປປ ເກົາຫຼີ ດຳເນີນການເຈລະຈາກ່ຽວກັບການມອບສົ່ງອັດຖິທະຫານ

(VOVWORLD) - ສຳນັກຂ່າວສານ Yonhap ໄດ້ຄັດສະເໜີຄຳເວົ້າຂອງເຈົ້າໜ້າທີ່ ສ ເກົາຫຼີ ຢັ້ງຢືນວ່າ ການພົບປະລະຫວ່າງ ອາເມລິກາ ແລະ ສປປ ເກົາຫຼີ ກ່ຽວກັບບັນຫາມອບສົ່ງອັດຖິທະຫານຜ່ານເສີກ...

ວັນທີ 15 ກໍລະກົດ, ອາເມລິກາ ແລະ ສປປ ເກົາຫຼີ ໄດ້ດຳເນີນບັນດາການໂອ້ລົມສົນທະນາກ່ຽວກັບການມອບສົ່ງອັດຖິທະຫານ ອາເມລິກາ ທີ່ເສຍຊີວິດໃນສົງຄາມ ເກົາຫຼີ (1950 – 1953).

        ສຳນັກຂ່າວສານ Yonhap ໄດ້ຄັດສະເໜີຄຳເວົ້າຂອງເຈົ້າໜ້າທີ່ ສ ເກົາຫຼີ ຢັ້ງຢືນວ່າ ການພົບປະລະຫວ່າງ ອາເມລິກາ ແລະ ສປປ ເກົາຫຼີ ກ່ຽວກັບບັນຫາມອບສົ່ງອັດຖິທະຫານຜ່ານເສີກ ອາເມລິກາ ພວມໄດ້ຮັບການຈັດຕັ້ງຢູ່ໝູ່ບ້ານຢຸດຮົບ Panmunjom. ກ່ອນໜ້ານັ້ນ,  ລົດ 3 ຄັນທີ່ຂຶ້ນກັບກຳລັງ ອາເມລິກາ ຕັ້ງທັບຢູ່ ສ ເກົາຫຼີ ໄດ້ໄປເຖິງຂົວ Tongil ໃກ້ກັບຊາຍແດນຂອງ ສປປ ເກົາຫຼີ ແລະ ສ ເກົາຫຼີ ໃນເວລາ 8ໂມງ20 ນາທີ ຕອນເຊົ້າວັນທີ 15 ກໍລະກົດ, ກ່ອນທີ່ໄປເຖິງໝູ່ບ້ານ Panmunjom. ບັນດາລົດຄັນນີ້ໄດ້ແຂວນທຸງຂອງ ສປຊ.

        ຕາມ Yonhap ແລະ Kyodo ແລ້ວ, ບັນດາການແລກປ່ຽນໃນວັນທີ 15 ກໍລະກົດ ໄດ້ສຸມໃສ່ເຂົ້າບັນດາບັນຫາລາຍລະອຽດຄື ວັນເວລາ ແລະ ວິທີມອບສົ່ງອັດຖິ. ນອກຈາກນັ້ນ, ພຽງຢາງ ກໍ່ໄດ້ຍົກອອກບາງເງື່ອນໄຂ ຫຼື ຍົກອອກການປຶກສາຫາລືກ່ຽວກັບບັນດາບັນຫາກ່ຽວຂ້ອງເຖິງຄຳສັ່ງຢຸດຍິງເພື່ອສິ້ນສຸດສະພາບສົງຄາມໃນແຫຼມ ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ