ອາ​ເມ​ລິ​ກາ ສະ​ກັດ​ກັ້ນ​ລູກ​ສອນ​ໄຟ ແລະ ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ ນາບ​ຂູ່​ຄວາມ​ໝັ້ນ​ຄົງ ຢູ່​ທະ​ເລ​ແດງ

(VOVWORLD) - ຕາມເຈົ້າໜ້າທີ່ການທະຫານອາເມລິກາ ແລ້ວ, ລູກສອນໄຟ ແລະ ເຮືອບິນບໍ່ມີຄົນຂັບນີ້ ໄດ້“ນາບຂູ່ ບັນດາກຳປັ່ນການຄ້າ ແລະ ກຳປັ່ນທະຫານເຮືອ ອາເມລິກາ ໃນພາກພື້ນ”.

ອາ​ເມ​ລິ​ກາ ສະ​ກັດ​ກັ້ນ​ລູກ​ສອນ​ໄຟ ແລະ ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ ນາບ​ຂູ່​ຄວາມ​ໝັ້ນ​ຄົງ ຢູ່​ທະ​ເລ​ແດງ - ảnh 1ພາບປະກອບ: qdnd.vn

ວັນທີ 29 ກຸມພາ, ກອງທັບ ອາເມລິກາ ໄດ້ສະກັດກັ້ນລູກສອນໄຟນຳວິຖີຕ້ານກຳປັ່ນ ແລະ ເຮືອບິນບໍ່ມີຄົນຂັບ 1 ລຳເຊິ່ງກໍ່ຄວາມນາບຂູ່ຕໍ່ກຳປັ່ນຢູ່ເຂດທະເລແດງ.

ໃນຖະແຫຼງການທີ່ໄດ້ເອົາລົງໃນສື່ສັງຄົມ X ວັນທີ 29 ກຸມພາ, ກອງບັນຊາການ ສູນກາງ ອາເມລິກາ (CENTCOM) ປະກາດວ່າ ໄດ້ສະກັດກັ້ນລູກສອນໄຟນຳວິຖີຕ້ານກຳປັ່ນ 6 ລູກ ແລະ ເຮືອບິນບໍ່ມີຄົນຂັບ 1 ລຳຢູ່ເຂດທະເລແດງ. ຕາມເຈົ້າໜ້າທີ່ການທະຫານອາເມລິກາ ແລ້ວ, ລູກສອນໄຟ ແລະ ເຮືອບິນບໍ່ມີຄົນຂັບນີ້ ໄດ້“ນາບຂູ່ ບັນດາກຳປັ່ນການຄ້າ ແລະ ກຳປັ່ນທະຫານເຮືອ ອາເມລິກາ ໃນພາກພື້ນ”.

ແລະກໍ່ໃນວັນດຽວກັນ, ຜູ້ນຳກຳລັງ Houthi, Abdul Malik al-Houthi, ໄດ້ປະກາດວ່າ “ກຸ່ມນີ້ ຈະມີ ຫຼາຍການກະທຳດ້ານທະຫານທີ່ບໍ່ຄາດຄິດ ກໍ່ຄືມີການບຸກໂຈມຕີທີ່ບໍ່ສາມາດຄາດຄະເນລ່ວງໜ້າໄດ້ຢູ່ເຂດທະເລແດງ, ອ່າວ  Aden ແລະ ທະເລ Arab”.

ຕອບກັບ

ຂ່າວ/ບົດ​ອື່ນ