ອາເມລິກາ ສະເໜີີ ສປປ.ເກົາຫຼີ ປະກາດບັນດາລາຍການອາວຸດນິວເຄຼຍ

(VOVWORLD) -ວໍຊິງຕັນ ຕ້ອງບັນລຸໄດ້ຂໍ້ຕົກລົງ ກັບ ສປປ. ເກົາຫຼີ ກ່່ຽວກັບການສໍາຜັດຂອງນັກຊ່ຽວຊານ ແລະ ບັນດາກົນໄກຕິດຕາມກວດກາ ບັນດາເຂດລູກສອນໄຟ ແລະ ນິວເຄຼຍທີ່ທີ່ເປັນແກ່ນສານ ແລະ ສຸດທ້າຍແມ່ນຮັບປະກັນເລື່ອງລົບລ້າງ ຫຼື ມ້າງທໍາລາຍສາງສະສົມອາວຸດ, ລູກສອນໄຟ, ຖານຍິງລູກສອນໄຟ ແລະ ບັນດາອາວຸດລ້າງຜານອື່ນອີກດ້ວຍ.

ທ່ານ Stephen Biegun ທູດພິເສດຮັບຜິດຊອບນະໂຍບາຍ ກ່ຽວກັບບັນຫາ ສປປ.ເກົາຫຼີ ຂຶ້ນກັບກະຊວງການຕ່າງປະເທດ ອາເມລິກາ ໄດ້ຮຽກຮ້ອງໃຫ້ ພຽງຢາງ ສະໜອງຖະແຫຼງການຮອບດ້ານສະບັບໜຶ່ງ ກ່ຽວກັບບັນດາໂຄງການລູກສອນໄຟ ແລະ ນິວເຄຼຍຂອງຕົນ, ພ້ອມທັງກ່າວເຕືອນວ່າ ອາເມລິກາ “ມີສິ່ງຕ່າງໆທີ່ແປກປະຫຼາດໃຈ” ຖ້າຫາກວັດທະນາການທາງການທູດຖືກປະລາໄຊ. ມີຕອນໜຶ່ງທີູ່ຄັດມາຈາກໃນບົດກ່າວປາໄສ ເຊິ່ງຄາດວ່າຈະອ່່ານຢູ່ Palo Alto, California ໃນວັນທີ 31 ມັງກອນ, ທ່ານ Biegun ໃຫ້ຮູ້ວ່່າ ວໍຊິງຕັນ ຕ້ອງບັນລຸໄດ້ຂໍ້ຕົກລົງ ກັບ ສປປ. ເກົາຫຼີ ກ່່ຽວກັບການສໍາຜັດຂອງນັກຊ່ຽວຊານ ແລະ ບັນດາກົນໄກຕິດຕາມກວດກາ ບັນດາເຂດລູກສອນໄຟ ແລະ ນິວເຄຼຍທີ່ທີ່ເປັນແກ່ນສານ ແລະ ສຸດທ້າຍແມ່ນຮັບປະກັນເລື່ອງລົບລ້າງ ຫຼື ມ້າງທໍາລາຍສາງສະສົມອາວຸດ, ລູກສອນໄຟ, ຖານຍິງລູກສອນໄຟ ແລະ ບັນດາອາວຸດລ້າງຜານອື່ນອີກດ້ວຍ.

        ແລະກໍໃນວັນດຽວກັນ, ກະຊວງການຕ່າງປະເທດ ອາເມລິກາ ແຈ້ງໃຫ້ຊາບວ່າ ທ່ານ Biegun ຈະເດີນທາງໄປ ເຊີອູນ ໃນວັນທີ 03 ກຸມພາ ຈະມາເຖິງ ແລະ ຈະມີການພົບປະກັບຄູ່ຕໍາແໜ່ງ ສປປ.ເກົາຫຼີ Kim Hyok-chol ຢູ່ Panmunjom.


ຕອບກັບ

ຂ່າວ/ບົດ​ອື່ນ