ອາ​ເມ​ລິ​ກາ​ ສະ​ເໜີ​ວັນ​ເວ​ລາ​ຈັດ​ຕັ້ງ​ການ​ປືກ​ສາ​ຫາ​ລ​ື​ສາມ​ຝ່າຍ​​ກັ​ບ ຍີ່​ປຸ່ນ ແລະ ສ.ເກົາຫຼີ

(VOVWORLD) - ວັນທີ 26 ກໍລະກົດ, ເຈົ້າໜ້າທີ່ການທູດຂັ້ນສູງທ່ານໜຶ່ງຂອງ ອາເມລິກາ ໃຫ້ຮູ້ວ່າ ວໍຊິງຕັນ ພ້ອມແລ້ວທີ່ຈະຈັດຕັ້ງການພົບປະຂັ້ນລັດຖະມົນຕີການຕ່າງປະເທດ ສາມຝ່າຍ ກັບ ສ.ເກົາຫຼີ ແລະ ຍີ່ປຸ່ນ ຢູ່ນອກກອງປະຊຸມລັດຖະມົນຕີການຕ່າງປະເທດເວທີປາໄສພາກພື້ນ ອາຊຽນ (ARF) ໃນອາທິດຈະມາເຖິງຢູ່ນະຄອນຫຼວງ ບາງກອກ, ປະເທດໄທ.
ອາ​ເມ​ລິ​ກາ​ ສະ​ເໜີ​ວັນ​ເວ​ລາ​ຈັດ​ຕັ້ງ​ການ​ປືກ​ສາ​ຫາ​ລ​ື​ສາມ​ຝ່າຍ​​ກັ​ບ ຍີ່​ປຸ່ນ ແລະ ສ.ເກົາຫຼີ - ảnh 1

ທ່ານ Hwang Joon-kook ທູດພິເສດ ສ.ເກົາຫຼີ (ຢູ່ກາງ), ທ່ານ Sung Kim ທູດພິເສດ ອາເມລິກາ (ເບື້ອງຂວາມື) ແລະ ທ່ານ Junichi Ihara ຫົວໜ້າກົມອາຊີ - ໂອເຊອານີຂຶ້ນກັບກະຊວງການຕ່າງປະເທດ ຍີ່ປຸ່ນ (ເບື້ອງຊາຍມື) ພາບປະກອບ: (YONHAP/TTXVN)

ຕາມ ເຈົ້າໜ້າທີ່ທ່ານດັ່ງກ່າວແລ້ວ, ເຫດການທາງການທູດຈະມາເຖິງແມ່ນໂອກາດທີ່ດີເພື່ອໃຫ້ລັດຖະມົນຕີການຕ່າງປະເທດສາມປະເທດໄດ້ປືກສາຫາລືກ່ຽວກັບສະພາບການປັດຈຸບັນ. ພ້ອມທັງໃຫ້ຮູ້ວ່າ ອຳນາດການປົກຄອງຂອງປະທານາທິບໍດີ ອາເມລິກາ Donald Trump ກໍ່ສະແດງຄວາມວິຕົກກັງວົນກ່ຽວກັບຄວາມເຄັ່ງຕຶງລະຫວ່າງ ສ.ເກົາຫຼີ ແລະ ຍີ່ປຸ່ນ ໃນປັດຈຸບັນ, ແລະ ກໍ່ເຕື້ອງເຖິງຄວາມສາມາດຂອງ ວໍຊິງຕັນກຽມພ້ອມໜູນຊ່ວຍສອງປະເທດພັດທະມິດເພື່ອໃຫ້ມີບັນດາການກະທຳຫຼຸດຜ່ອນຄວາມເຄັ່ງຕຶງໃນໄລຍະຈະມາເຖິງ. ເຈົ້າໜ້າທີ່ທ່ານດັ່ງກ່າວເວົ້າວ່າ “ອາເມລິກາ ພວມຊອກຫາວິທີຊຸກຍູ້ຕາມທິດມີປະສິດທິຜົນເພື່ອຊອກຫາມາດຕະການທີ່ມີຜົນປະໂຫຍດໃຫ້ແກ່ທັງສອງປະເທດ”.

ຕອບກັບ

ຂ່າວ/ບົດ​ອື່ນ