ອາ​ເມ​ລິ​ກາ ສະ​ໜອງ​​ເງິນ​ໜູນ​ຊ່ວຍດ້ານ​ການ​ທະ​ຫານ​ບ້ວງໃໝ່​ໃຫ້​ແກ່ ຢູ​ແກຼນ

(VOVWORLD) -  ວັນທີ 20 ພະຈິກ, ອາເມລິກາ ໄດ້ປະກາດບ້ວງເງິນໜູນຊ່ວຍໃໝ່ທີ່ມີມູນຄ່າ 100 ລ້ານ USD ໃຫ້ແກ່ ຢູແກຼນ ໃນການຢ້ຽມຢາມ ຢູແກຼນ ແບບກະທັນຫັນຂອງທ່ານລັດຖະມົນຕີກະຊວງປ້ອງກັນປະເທດ Lloyd Austin. 
ອາ​ເມ​ລິ​ກາ ສະ​ໜອງ​​ເງິນ​ໜູນ​ຊ່ວຍດ້ານ​ການ​ທະ​ຫານ​ບ້ວງໃໝ່​ໃຫ້​ແກ່ ຢູ​ແກຼນ - ảnh 1ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ Lloyd Austin (ພາບ: AFP)

ກ່າວຄຳເຫັນທີ່ການຖະແຫຼງຂ່າວໃນວັນດຽວກັນ, ທ່ານລັດຖະມົນຕີ Lloyd Austin ໃຫ້ຮູ້ວ່າ ບ້ວງເງິນໜູນຊ່ວຍໃໝ່ ຈະຊ່ວຍໃຫ້ກອງທັບ ຢູແກຼນ ໃນລະດູໜາວຈະມາເຖິງ. ປັດຈຸບັນ, ທຳນຽບ 5 ແຈ ພວມຈັດແບ່ງເງິນໜູນຊ່ວຍໃຫ້ແກ່ ຢູແກຼນ ອອກເປັນບັນດາບ້ວງໜູນຊ່ວຍຍ່ອຍ ໃນຂະນະທີ່ລໍຖ້າສະພາແຫ່ງຊາດ ອາເມລິກາ ຮັບຮອງເອົາງົບປະມານເພີ່ມເຕີມ. ໄລ່ມາຮອດປັດຈຸບັນ, ອາເມລິກາ ໄດ້ໜູນຊ່ວຍດ້ານການທະຫານ ແລະ ຄວາມໝັ້ນຄົງ ດ້ວຍມູນຄ່າກວ່າ 44 ຕື້ USD ໃຫ້ແກ່ ຢູແກຼນ ແລະ ອຳນາດການປົກຄອງທ່ານປະທານາທິບໍດີ Joe Biden  ພວມຮຽກຮ້ອງສະພາແຫ່ງຊາດຮັບຮອງເອົາບ້ວງງົບປະມານເພີ່ມເຕີມ. ເຖິງຢ່າງໃດກໍຕາມ, ຄຳຮຽກຮ້ອງດັ່ງກ່າວພວມປະເຊີນໜ້າກັບການຄັດຄ້ານຈາກບັນດາສະມາຊິກລັດຖະສະພາຂອງພັກສາທາລະນະລັດໃນສະພາແຫ່ງຊາດ.

        ໂດຍມີປະຕິກິລິຍະກັບຂໍ້ມູນດັ່ງກ່າວ, ວັນທີ 20 ພະຈິກ, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergey Lavrov ໄດ້ຮຽກຮ້ອງໃຫ້ບັນດາປະເທດຝ່າຍຕາເວັນຕົກ ຢຸດຕິການໜູນຊ່ວຍໃຫ້ແກ່ ຢູແກຼນ ໃນທັນທີ ແລະ ດຳເນີນການເຈລະຈາໂດຍອີງໃສ່ສະພາບການຕົວຈິງ.

ນັກຂ່າວ VOV ປະຈຳ ອາເມລິກາ ແລະ ສະຫະພັນ ລັດເຊຍ

ຕອບກັບ

ຂ່າວ/ບົດ​ອື່ນ