ອາ​ເມ​ລິ​ກາ, ສ.ເກົາຫຼີ, ຍີ່​ປຸ່ນ ຈັດ​ຕັ້ງ​ການ​ພົບ​ປະ 3 ຝ່າຍ​ຄັ້ງ​ທຳ​ອິດ​ໃນ​ໄລ​ຍະ​ເວ​ລາ​ເກືອບ 5 ປີ

(VOVWORLD) -ສປປ.ເກົາຫຼີ ສືບຕໍ່ຍົກລະດັບໂຄງການນິວເຄຼຍ ແລະ ລູກສອນໄຟ ໄດ້ກໍ່ໄພນາບຂູ່ຢ່າງຮ້າຍແຮງ. ບັນດາຝ່າຍໄດ້ເຫັນດີຈັດຕັ້ງວາລະປຶກສາຫາລືຢ່າງແໜ້ນແຟ້ນ ແລະ ຍົກສູງລະດັບການຮ່ວມມືດ້ານຄວາມໝັ້ນຄົງລະຫວ່າງ 3 ປະເທດ. 
ອາ​ເມ​ລິ​ກາ, ສ.ເກົາຫຼີ, ຍີ່​ປຸ່ນ ຈັດ​ຕັ້ງ​ການ​ພົບ​ປະ 3 ຝ່າຍ​ຄັ້ງ​ທຳ​ອິດ​ໃນ​ໄລ​ຍະ​ເວ​ລາ​ເກືອບ 5 ປີ - ảnh 1ການນຳສາມຝ່າຍ ພົບປະເຈລະຈາກັນ (ພາບ: AP/ Susan Walsh)

ວັນທີ 29 ມິຖຸນາ, ທ່ານປະທານາທິບໍດີ ອາເມລິກາ Joe Biden ພ້ອມດ້ວຍຄູ່ຕຳແໜ່ງ ສ.ເກົາຫຼີ Yoon Suk – yeol ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio ຈັດການພົບປະເຈລະຈາ 3 ຝ່າຍຢູ່ Madrid (ແອັດສະປາຍ), ຢູ່ນອກກອງປະຊຸມສຸດຍອດ NATO.

        ການນຳ 3 ທ່ານໄດ້ເຫັນດີເປັນເອກະພາບວ່າ ສປປ.ເກົາຫຼີ ສືບຕໍ່ຍົກລະດັບໂຄງການນິວເຄຼຍ ແລະ ລູກສອນໄຟ ໄດ້ກໍ່ໄພນາບຂູ່ຢ່າງຮ້າຍແຮງ. ບັນດາຝ່າຍໄດ້ເຫັນດີຈັດຕັ້ງວາລະປຶກສາຫາລືຢ່າງແໜ້ນແຟ້ນ ແລະ ຍົກສູງລະດັບການຮ່ວມມືດ້ານຄວາມໝັ້ນຄົງລະຫວ່າງ 3 ປະເທດ. ບັນດາການນຳ ອາເມລິກາ, ຍີ່ປຸ່ນ ແລະ ສ.ເກົາຫຼີ ກໍເຫັນດີນຳກັນວ່າ ການຮ່ວມມື 3 ຝ່າຍສວມບົດບາດສຳຄັນຕໍ່ການຮັບມືກັບບັນຫາຂອງພາກພື້ນ ແລະ ທົ່ວໂລກໃນປັດຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ