ອາເມລິກາ, ສ.ເກົາຫຼີ, ຍີ່ປຸ່ນ ຊຸກຍູ້ຄວາມມານະພະຍາຍາມດ້ານການທູດ ເພື່ອສ້າງແຫຼມເກົາຫຼີ ປອດນິວເຄຼຍ

(VOVWORLD) -ການນໍາກະຊວງປ້ອງກັນປະເທດ 3 ປະເທດ ອາເມລິກາ, ສ.ເກົາຫຼີ ແລະ ຍີ່ປຸ່ນ ກະຕຸກຊຸກຍູ້ ສປປ.ເກົາຫຼີ ມີບັນດາບາດກ້າວເດີນລະອຽດ ເພື່ອແນໃສ່ປອດນິວເຄຼຍໃນສະພາບທີ່ການເຈລະຈາລະຫວ່າງ ວໍຊີງຕັນ ແລະ ພຽງຢາງ ຍັງບໍ່ມີທາງອອກ.

        ການນໍາກະຊວງປ້ອງກັນປະເທດ 3 ປະເທດ ອາເມລິກາ, ສ.ເກົາຫຼີ ແລະ ຍີ່ປຸ່ນ ກະຕຸກຊຸກຍູ້ ສປປ.ເກົາຫຼີ ມີບັນດາບາດກ້າວເດີນລະອຽດ ເພື່ອແນໃສ່ປອດນິວເຄຼຍໃນສະພາບທີ່ການເຈລະຈາລະຫວ່າງ ວໍຊີງຕັນ ແລະ ພຽງຢາງ ຍັງບໍ່ມີທາງອອກ.

        ໃນຖະແຫຼງການຮ່ວມ ທີ່ໄດ້ຍົກອອກຢູ່ກອງປະຊຸມເຈລະຈາຂັ້ນລັດຖະມົນຕີກະຊວງປ້ອງກັນປະເທດ 3 ປະເທດ ອາເມລິກາ, ສ.ເກົາຫຼີ ແລະ ຍີ່ປຸ່ນ ຖືກຈັດຂຶ້ນຢູ່ນອກກອງປະຊຸມ Shangri – La 2019 ຢູ່ ສິງກະໂປ ໃນວັນທີ 2 ມິຖຸນາ, ຜູ້ນໍາໜ້າກະຊວງປ້ອງກັນປະເທດ 3 ປະເທດ ໃຫ້ຄໍາໝັ້ນສັນຍາ ຈະໜູນຊ່ວຍບັນດາຄວາມມານະພະຍາຍາມທາງການທູດ ຊຸກຍູ້ວິວັດທະນາການສ້າງແຫຼມເກົາຫຼີ ປອດນິວເຄຼຍ ແລະ ມີສັນຕິພາບແບບຍາວນານ. ຖະແຫຼງການດັ່ງກ່າວ ຢັ້ງຢືນວ່າ ອາເມລິກາ, ສ.ເກົາຫຼີ ແລະ ຍີ່ປຸ່ນ ລ້ວນແຕ່ຮັບຮູ້ ເປົ້າໝາຍລວມຂອງປະຊາຄົມສາກົນຢ່າງຈະແຈ້ງ, ນັ້ນແມ່ນ ຮັບປະກັນວ່າ ສປປ.ເກົາຫຼີ ປະຕິບັດບັນດາພັນທະສາກົນຕາມບັນດາມະຕິທີ່ກ່ຽວຂ້ອງຂອງ ສະພາຄວາມໝັ້ນຄົງ ສປຊ ຢ່າງຄົບຖ້ວນ. 3 ປະເທດ ກໍໃຫ້ຄໍາໝັ້ນສັນຍາເພີ່ມທະວີການຮ່ວມມືຄວາມໝັ້ນຄົງລະຫວ່າງ 3 ຝ່າຍ ຜ່ານການແບ່ງປັນຂໍ້ມູນຂ່າວສານ, ປຶກສານະໂຍບາຍຂັ້ນສູງ ແລະ ຊ້ອມຮົບຮ່ວມ. 

ຕອບກັບ

ຂ່າວ/ບົດ​ອື່ນ