ອາ​ເມ​ລິ​ກາ, ສ.ເກົາຫຼີ ຮຽກ​ຮ້ອງ​ໃຫ້ ສ​ປ​ປ.ເກົາຫຼີ ເຊື່ອມ​ຕໍ່​ການ​ເຈ​ລະ​ຈາ​ນິວ​ເຄຼຍ

(VOVWORLD) -ວັນທີ 07 ມິຖຸນາ, ທ່ານຮອງນາງລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Wendy Sherman ໄດ້ມີການພົບປະ ແລະ ປຶກສາຫາລືກັບວົງການເຈົ້າໜ້າທີ່ທາງການທູດ ສ.ເກົາຫຼີ. ເນື້ອໃນການປຶກສາຫາລືລວມມີບັນດາບັນຫາໃນການພົວພັນສອງຝ່າຍ ແລະ ສະຖານະການຢູ່ແຫຼມເກົາຫຼີ.
ອາ​ເມ​ລິ​ກາ, ສ.ເກົາຫຼີ ຮຽກ​ຮ້ອງ​ໃຫ້ ສ​ປ​ປ.ເກົາຫຼີ ເຊື່ອມ​ຕໍ່​ການ​ເຈ​ລະ​ຈາ​ນິວ​ເຄຼຍ - ảnh 1ທ່ານນາງຮອງລັດຖະມົນຕີການຕ່າງປະເທດ ອາເມລິກາ Wendy Sherman (ພາບ: ກະຊວງການຕ່າງປະເທດ ອາເມລິກາ)

ໃນການໂອ້ລົມສົນທະນາກັບທ່ານລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ Pak Jin, ສອງຝ່າຍໄດ້ປຶກສາຫາລືກ່ຽວກັບບັນຫາ ຢູແກຼນ, ພ້ອມດຽວກັນນັ້ນແມ່ນການຮ່ວມມືສາມຝ່າຍ ອາເມລິກາ - ສ.ເກົາຫຼີ - ຍີ່ປຸ່ນ ໃນບັນດາບັນຫາທີ່ກ່ຽວຂ້ອງເຖິງຄວາມໝັ້ນຄົງ ແລະ ວັດທະນາຖາວອນໃນພາກພື້ນ ແລະ ສາກົນ. ທ່ານນາງຮອງລັດຖະມົນຕີການຕ່າງປະເທດ ອາເມລິກາ Wendy Sherman ແລະ ທ່ານລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ Pak Jin  ກໍໄດ້ກ່າວປະນາມເຫດຍິງລູກສອນໄຟນຳວິຖີຢ່າງຜິດກົດໝາຍ ໃນຊ່ວງເວລາມໍ່ໆມານີ້ຂອງ ສປປ.ເກົາຫຼີ ແລະ ຮຽກຮ້ອງໃຫ້ປະເທດນີ້ ເຊື່ອມຕໍ່ການເຈລະຈາ ກໍຄືໂຕ້ຕອບຢ່າງຕັ້ງໜ້າສຳລັບຂໍ້ສະເໜີຂອງປະຊາຄົມສາກົນ. ສອງຝ່າຍກໍໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນ ບັງຄັບ ສປປ.ເກົາຫຼີ ຕ້ອງມີຄວາມຮັບຜິດຊອບຕໍ່ການກະທຳເກາະຜິດຂອງຕົນ, ພິເສດແມ່ນຢູ່ ສປຊ. ສອງຝ່າຍກໍຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາລວມກ່ຽວກັບການສ້າງແຫຼມເກົາຫຼີ ປອດນິວເຄຼຍ.

        ໃນວັນດຽວກັນ, ທ່ານນາງຮອງລັດຖະມົນຕີການຕ່າງປະເທດ Wendy Sherman ກໍພົບປະກັບຄູ່ຕຳແໜ່ງ ສ.ເກົາຫຼີ Cho Huyndong ເພື່ອປຶກສາຫາລືບັນດາບັນຫາຄ້າຍຄືກັນ.

ຟ້າມຮວັນ - ນັກຂ່າວ VOV ປະຈຳ ອາເມລິກາ


ຕອບກັບ

ຂ່າວ/ບົດ​ອື່ນ