ອາເມລິກາ ຫຼຸດຜ່ອນ ງົບປະມານ 85 ຕື້ USD

ອາເມລິກາ ຫຼຸດຜ່ອນ ງົບປະມານ 85 ຕື້ USD - ảnh 1
(ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama)
(vovworld) -   ວັນ​ທີ 02/03, ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ​ໄດ້​​ເຊັ່ນ​ດຳລັດ​ຫຼຸດຜ່ອນ 85 ຕື້ USD ​ໃນງົບປະມານ​ປີ​ 2013. ນີ້​ແມ່ນ​ຫຼຸດຜ່ອນ​ແບບ​ອັດຕະ​ໂນ​ມັດຕາມ​ຂໍ້​ຕົກລົງ​ໃນ​ປີ 2011, ​ໃນ​ນັ້ນ​ກຳນົດວ່າ ຖະຫາກ​ທຳນຽບຂາວ ​ແລະ ສະພາ​ແຫ່ງ​ຊາດ ບໍ່​ເຫັນ​ດີ​ນຳ​ກັນ​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ຫຼຸດຜ່ອນ​ການ​ຂາດດຸນ​ງົບປະມານ ​ໄດ້ງົບປະມານຂອງ​ອາ​ເມ​ລິ​ກາ ​ໃນແຕ່ລະ​ປີ​ຈະ​ຖືກ​ຫຼຸດ​ລົງ. ​ແບບ​ອັດຕະ​ໂນ​ມັດ​ໃນ​ບົດ​ກ່າວ​ປະ​ໄສ​ປະຈຳ​ອາທິດ​ທາງວິທະຍຸ​ກະຈາຍສຽງ, ທ່ານ​ປະທານາທິບໍດີ Obama ​ໄດ້​ຢັ້ງຢື່ນອີກ​ຄັ້ງ​ໜຶ່ງ​ວ່າ ​ເລື່ອງ​ປະ​ໃຫ້​ງົບປະມາ​ຖືກ​ຫຼຸດ​ລົງ​ແບບ​ອັດຕະ​ໂນ​ມັດ ​ແມ່ນ​ບໍ່​ອາດ​ຮັບ​ຮູ້​ໄດ້ ​ເພາະ​ມັນ​ບໍ່ພຽງ​ແຕ່ກໍ​ຜົນສະທ້ອນ​ເຖິງຊີວິດການ​ເປັນ​ຢູ່​ຂອງ​ຄົນ​ງານ​ເທົ່າ​ນັ້ນ ຫາກ​ຍັງ​ມີ​ໄພ​ເຮັດ​ໃຫ້ການ​ຟື້ນ​ຟູພື້ນຖານ​ເສດຖະກິດ​ໃຫຍ່​ກວ່າ​ໝູ່​ຢູ່​ໃນ​ໂລກຖືກ​ຊັກ​ຊາ​​ໄວ້ອີກ​ດ້ວຍ.
ຂ່າວ/ບົດ​ອື່ນ