ອ​າ​ເມ​ລິ​ກາ, ອັງ​ກິດ ປະ​ກາດ​ມາດ​ຕະ​ການ​ລົງ​ໂທດ ລັ​ດ​ເຊຍ ຕື່ມ​ອີກ

(VOVWORLD) - ວັນທີ 06 ເມສາ, ທຳນຽບຂາວ ໄດ້ປະກາດມາດຕະການລົງໂທດຕື່ມອີກແນ່ໃສ່ທະນາຄານພາກລັດ ແລະ ເອກະຊົນຂະໜາດໃຫຍ່ຢູ່ ລັດເຊຍ, ພ້ອມກັບສ່ວນບຸກຄົນຈຳນວນໜຶ່ງຢູ່ປະເທດນີ້ ເພື່ອແນໃສ່ເພີ່ມຄວາມກົດດັນຕໍ່ພື້ນຖານເສດຖະກິດຂອງ ມົດສະກູ ຍ້ອນກ່ຽວຂ້ອງເຖິງບັ້ນການທະຫານພິເສດຢູ່ ຢູແກຼນ.
ອ​າ​ເມ​ລິ​ກາ, ອັງ​ກິດ ປະ​ກາດ​ມາດ​ຕະ​ການ​ລົງ​ໂທດ ລັ​ດ​ເຊຍ ຕື່ມ​ອີກ - ảnh 1ທ່ານປະທານາທິບໍດີ ອາເມລິກາ Joe Biden (ພາບ: TTXVN)

ຕາມນັ້ນແລ້ວ, ອາເມລິກາ ໄດ້ຈັດວາງມາດຕະການ “ປິດລ້ອມຮອບດ້ານ” ສຳລັບອົງການການເງິນພາກລັດ ແລະ ເອກະຊົນຂະໜາດໃຫຍ່ສຸດຂອງ ລັດເຊຍ. ພ້ອມທັງປະກາດຫ້າມທຸກບ້ວງເງິນລົງທຶນໃໝ່ຂອງ ອາເມລິກາ ເຂົ້າ ລັດເຊຍ. ມາດຕະການລົງໂທດໃໝ່ເຫຼົ່ານີ້ ກໍແມ່ນເພື່ອແນໃສ່ສະມາຊິກໃນຄອບຄົວຂອງທ່ານປະທານາທິບໍດີ Valadimir Putin, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov, ບັນດາສະມາຊິກໃນສະພາຄວາມໝັ້ນຄົງ ລັດເຊຍ, ລວມມີທ່ານອະດີດປະທານາທິບໍດີ ແລະ ອະດີດນາຍົກລັດຖະມົນຕີ Dmitry Medvedev ພ້ອມດ້ວຍທ່ານນາຍົກລັດຖະມົນຕີ Mikhail Mishustin, ກໍຖືກຜົນສະທ້ອນຈາກຄຳສັ່ງລົງໂທດໃໝ່ຂອງ ອາເມລິກາ ເຊັ່ນດຽວກັນ.

        ອັງກິດ ກໍປະກາດບັນດາມາດຕະການລົງໂທດໃໝ່ເລັ່ງໃສ່ ທະນາຄານ 2 ແຫ່ງຂອງປະເທດ ລັດເຊຍ ແລະ ກ້າວໄປເຖິງການລົບລ້າງການເຄື່ອນໄຫວນຳເຂົ້ານ້ຳມັນ ແລະ ຖ່ານຫີນຈາກ ລັດເຊຍ ໃນທ້າຍປີ 2022.


ຕອບກັບ

ຂ່າວ/ບົດ​ອື່ນ