ອາ​ເມ​ລິ​ກາ - ອັງ​ກິດ ສືບ​ຕໍ່​ບຸກ​ໂຈມ​ຕີ​​ບັນ​ດາ​ເປົ້າ​ໝາຍ​ຂອງ Houthi ຢູ່​ພາກ​ກາງ ເຢ ​ແມນ

(VOVWORLD) - ວັນທີ 16 ມັງກອນ ໃຫ້ຮູ້ວ່າ ອາເມລິກາ ແລະ ອັງກິດ ໄດ້ຖີ້ມລະເບີດໃສ່ຮາກຖານແຫ່ງຕ່າງໆຂອງ Houthi ໃນຄ້າຍຂອງເມືອງ Mukayris, ເຂດຖານຍິງປືນໃຫຍ່ At Taffah  ແລະ ບັນດາຮາກຖານຢູ່ເມືອງ Sawmaah, ຂຶ້ນກັບແຂວງ Al Bayda.
ອາ​ເມ​ລິ​ກາ - ອັງ​ກິດ ສືບ​ຕໍ່​ບຸກ​ໂຈມ​ຕີ​​ບັນ​ດາ​ເປົ້າ​ໝາຍ​ຂອງ Houthi ຢູ່​ພາກ​ກາງ ເຢ ​ແມນ - ảnh 1ພາບ ອາເມລິກາ ກະກຽມບຸກໂຈມຕີທາງອາກາດເປົ້າໝາຍ Houthi ຢູ່ເຢແມນ ໃນວັນທີ 11 ມັງກອນ (ພາບ: X/@USCENTCOM)

ແຫຼ່ງຂ່າວຈາກອຳນາດການປົກຄອງທ້ອງຖິ່ນຂອງແຂວງ Al Bayda ຢູ່ພາກກາງ ເຢແມນ, ວັນທີ 16 ມັງກອນ ໃຫ້ຮູ້ວ່າ ອາເມລິກາ ແລະ ອັງກິດ ໄດ້ຖີ້ມລະເບີດໃສ່ຮາກຖານແຫ່ງຕ່າງໆຂອງ Houthi ໃນຄ້າຍຂອງເມືອງ Mukayris, ເຂດຖານຍິງປືນໃຫຍ່ At Taffah  ແລະ ບັນດາຮາກຖານຢູ່ເມືອງ Sawmaah, ຂຶ້ນກັບແຂວງ Al Bayda. ນີ້ແມ່ນບັ້ນບຸກໂຈມຕີຫຼ້າສຸດຂອງກຳລັງ ອັງກິດ ແລະ ອາເມລິກາ ແນໃສ່ບັນດາເປົ້າໝາຍຂອງ Houthi ຢູ່ ເຢແມນ, ເພື່ອແນໃສ່ໂຕ້ຕອບເລື່ອງ ກຳລັງດັ່ງກ່າວບຸກໂຈມຕີໃສ່ກຳປັ່ນການຄ້າລຳຕ່າງໆທີ່ເຄື່ອນໄຫວຢູ່ທະເລແດງ, ອັນໄດ້ສົ່ງຜົນກະທົບຕໍ່ການເຄື່ອນໄຫວຢູ່ເຂດສຳຄັນນີ້.

        ໃນເຫດການໜຶ່ງທີ່ກ່ຽວຂ້ອງ, ວັນທີ 16 ມັງກອນ, ບັນດານັກການທູດ ເອີຣົບ ຖະແຫຼງວ່າ ໃນເບື້ອງຕົ້ນ, ບັນດາປະເທດສະມາຊິກ ສະຫະພາບເອີຣົບ (EU) ໄດ້ສະໜັບສະໜູນຂໍ້ສະເໜີສ້າງຕັ້ງ ພາລະກຳທະຫານເຮືອ ແນໃສ່ປົກປ້ອງກ່ຳປັ່ນການຄ້າຢູ່ ທະເລແດງ.

 

 

 

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ