ອາ​ເມ​ລິ​ກາ, ອັງ​ກິດ ເປີດກວ້າງ​ບັນ​ຊີ​ລາຍ​ຊື່​ລົງ​ໂທດ ຕ້ານ​ຄືນ ລັດ​ເຊຍ

(VOVWORLD) -ວັນທີ 12 ເມສາ, ອາເມລິກາ ແລະ ລາຊະອານາຈັກ ອັງກິດ ໄດ້ອັບເດດບັນຊີລາຍຊື່ລົງໂທດ ຕ້ານຄືນ ລັດເຊຍ ເຊິ່ງລວມມີສ່ວນບຸກຄົນນັບສິບໆຄົນ ແລະ ນິຕິບຸກຄົນ. ມີຫຼາຍກວ່າ 30 ຄົນ ແລະ 90 ນິຕິບຸກຄົນ ຖືກຕື່ມໃສ່ບັນຊີລາຍຊື່ລົງໂທດຂອງກະຊວງການເງິນ ອາເມລິກາ.

ສິ່ງທີ່ໜ້າສົນໃຈແມ່ນ, ທ່ານຮອງນາຍົກລັດຖະມົນຕີ ລັດເຊຍ Marat Khusnullin ກໍນອນໃນບັນຊີລາຍຊື່ດັ່ງກ່າວ. ໃນຈຳນວນບັນດາອົງການທີ່ຖືກຈຳກັດນັ້ນ ມີ ຂະບວນການທະຫານ - ຮັກຊາດ ທົ່ວປະເທດ ລັດເຊຍ “ກອງທັບໜຸ່ມ”, ບໍລິສັດບໍລິຫານໂທລະຄົມມະນາຄົມ Megafon, ບໍລິສັດ “Rusatom oversea” ເຊິ່ງເປັນບໍລິສັດລູກຂອງ ກຸ່ມບໍລິສັດແຫ່ງລັດ “Rosatom”, ທະນາຄານລົງທຶນສາກົນ ແລະ ສາຂາຢູ່ ມົດສະກູ.  ແຕ່ສຳຄັນທີ່ສຸດແມ່ນໃນບັນຊີດັ່ງກ່າວ ແມ່ນບັນດາໂຄງສ້າງໃໝ່ກ່ຽວຂ້ອງເຖິງບັນດາຫົວໜ່ວຍດ້ານເຕັກນິກດີຈີຈອນຂອງ USM Holings ຂອງນັກທຸລະກິດ, ເສດຖີ Alisher Usmanov.

        ຕາມການປະກາດຂອງກະຊວງການເງິນ ອາເມລິກາ, ເວລາກຳນົດເພື່ອສຳເລັດການທຸລະກຳ ກັບບັນດາບໍລິສັດເຫຼົ່ານີ້ ແມ່ນວັນທີ 11 ກໍລະກົດ. ອາເມລິກາ ກໍໄດ້ຈັດວາງບັນດາມາດຕະການລົງໂທດສຳລັບກ່ຳປັ່ນ 17 ລຳ ທີ່ປັກທຸງຊາດ ລັດເຊຍ, ເຊິ່ງສວ່ນຫຼາຍແມ່ນກຳປັ່ນບັນທຸກສິນຄ້າ.

        ກ່ອນໜ້ານັ້ນ, ອຳນາດການປົກຄອງ ອັງກິດ ກໍໄດ້ອັບເດດບັນຊີລາຍຊື່ລົງໂທດ ລັດເຊຍ ເຊັ່ນດຽວກັນ.

        ນັກຂ່າວ VOV ປະຈຳ ລັດເຊຍ

ຕອບກັບ

ຂ່າວ/ບົດ​ອື່ນ