ອາ​ເມ​ລິ​ກາ ອຸ​ປະ​ຖຳ​ອາ​ວຸດ​ໃຫ້​ແກ່ ປາ​ແລັດ​ສະ​ຕິນ ເພື່ອ​ສ້າງ​ສະ​ຖຽນ​ລະ​ພາບ​ດ້ານ​ຄວາມ​ໝັ້ນ​ຄົງ​ຢູ່ ຝ​ັ່ງ​ຕາ​ເວັນ​ຕົກແມ່​ນ້ຳ​ຈໍ​ແດນ

(VOVWORLD) - ອຳນາດການປົກຄອງ ປາແລັດສະຕິນ (PA) ໄດ້ຮັບລົດຫຸ້ມເກາະ ແລະ ອາວຸດ ຈາກ ອາເມລິກາ, ໃນສະພາບການ ທຳນຽບຂາວ ແລະ ອິດສະຣາແອັນ ພວມຊອກຫາວິທີໜູນຊ່ວຍ PA ສ້າງສະພາບການຢູ່ຝັ່ງຕາເວັນຕົກແມ່ນ້ຳຈໍແດນ ໃຫ້ເຫັນປົກກະຕິ.
ອາ​ເມ​ລິ​ກາ ອຸ​ປະ​ຖຳ​ອາ​ວຸດ​ໃຫ້​ແກ່ ປາ​ແລັດ​ສະ​ຕິນ ເພື່ອ​ສ້າງ​ສະ​ຖຽນ​ລະ​ພາບ​ດ້ານ​ຄວາມ​ໝັ້ນ​ຄົງ​ຢູ່ ຝ​ັ່ງ​ຕາ​ເວັນ​ຕົກແມ່​ນ້ຳ​ຈໍ​ແດນ - ảnh 1ກຳລັງປ້ອງກັນຄວາມສະຫງົບ ອິດສະຣາແອັນ ປິດລ້ອມສະຖານທີ່ເກີດການໂຈມຕີ ຢູ່ເຂດຝັ່ງຕາເວັນຕົກ (ພາບປະກອບ: AFP/TTXVN)

ວັນທີ 12 ກັນຍາ, ໜັງສືພິມລາຍວັນ Al Quds ຂອງ ປາແລັດສະຕິນ  ໃຫ້ຮູ້ວ່າ ອຳນາດການປົກຄອງ ປາແລັດສະຕິນ (PA) ໄດ້ຮັບລົດຫຸ້ມເກາະ ແລະ ອາວຸດ ຈາກ ອາເມລິກາ, ໃນສະພາບການ ທຳນຽບຂາວ ແລະ ອິດສະຣາແອັນ ພວມຊອກຫາວິທີໜູນຊ່ວຍ PA ສ້າງສະພາບການຢູ່ຝັ່ງຕາເວັນຕົກແມ່ນ້ຳຈໍແດນ ໃຫ້ເປັນປົກກະຕິ. ຕາມນັ້ນແລ້ວ, ສິນຄ້າຊ່ວຍເຫຼືອງວດດັ່ງກ່າວ ໄດ້ຂົນສົ່ງຜ່ານ ຈໍແດນ ເຂົ້າ ປາແລັດສະຕິນ ແລະ ໄດ້ປະກອບໃຫ້ບັນດາກຳລັງປ້ອງກັນຄວາມສະຫງົບຂອງ PA ໃນຄວາມມານະພະຍາຍາມຍາດຊີງສິດຄວບຄຸມຢູ່ບາງເຂດ ທີ່ໄດ້ຕົກຢູ່ໃນບັນດາກຸ່ມປະກອບອາວຸດ.

        ກໍຕາມໜັງສືພິມດັ່ງກ່າວ, ອຳນາດການປົກຄອງ ອິດສະຣາແອັນ ໄດ້ເຫັນດີເພື່ອໃຫ້ ອາເມລິກາ ຊ່ວຍເຫຼືອ ອາວຸດ, ຍຸດທະພັນນີ້ໃຫ້ແກ່ PA, ໂດຍບໍ່ສົນໃຈເຖິງເລື່ອງ ມີເຈົ້າໜ້າທີ່ຂັ້ນສູງບາງທ່ານໃນລັດຖະບານ ຄັດຄ້ານການມອບ - ຮັບອາວຸດໃຫ້ແກ່ ປາແລັດສະຕິນ.


ຕອບກັບ

ຂ່າວ/ບົດ​ອື່ນ