ອາເມລິກາ, ອີຢູ ດຳເນີນການໂອ້ລົມສົນທະນາທາງດ້ານຄວາມໝັ້ນຄົງ ແລະ ການປ້ອງກັນປະເທດ

(VOVWORLD) - ການໂອ້ລົມສົນທະນາໄດ້ຢັ້ງຢືນຄືນໃໝ່ການພົວພັນຄູ່ຮ່ວມມືຍາວນານ ແລະ ຄຳໝັ້ນສັນຍາລວມຂອງສອງຝ່າຍສຳລັບຄວາມໝັ້ນຄົງຂ້າມມະຫາສະໝຸດອັກລັງຕິກເໜືອ ກໍ່ຄືການປະເຊີນໜ້າກັບສິ່ງທ້າທາຍດ້ານຄວາມໝັ້ນຄົງລວມ ບົນພື້ນຖານບັນດາຄຸນຄ່າ ແລະ ຜົນປະໂຫຍດທີ່ຄ້າຍຄືນກັນ.

ວັນທີ 1 ທັນວາ, ອາເມລິກາ ແລະ ສະຫະພາບ ເອີລົບ (EU) ໄດ້ດຳເນີນການໂອ້ລົມສົນທະນາດ້ານຄວາມໝັ້ນຄົງ ແລະ ປ້ອງກັນປະເທດ ຄັ້ງທີ 2 ຢູ່ນະຄອນຫຼວງ ວໍຊິງຕັນ, ປະເທດ ອາເມລິກາ.

ການໂອ້ລົມສົນທະນາໄດ້ຢັ້ງຢືນຄືນໃໝ່ການພົວພັນຄູ່ຮ່ວມມືຍາວນານ ແລະ ຄຳໝັ້ນສັນຍາລວມຂອງສອງຝ່າຍສຳລັບຄວາມໝັ້ນຄົງຂ້າມມະຫາສະໝຸດອັກລັງຕິກເໜືອ ກໍ່ຄືການປະເຊີນໜ້າກັບສິ່ງທ້າທາຍດ້ານຄວາມໝັ້ນຄົງລວມ ບົນພື້ນຖານບັນດາຄຸນຄ່າ ແລະ ຜົນປະໂຫຍດທີ່ຄ້າຍຄືນກັນ. ວົງການເຈົ້າໜ້າທີ່ ອາເມລິກາ ແລະ ອີຢູ ໄດ້ອັບເດັດໃຫ້ກັນກ່ຽວກັບກອບນະໂຍບາຍດ້ານຄວາມໝັ້ນຄົງ ແລະ ປ້ອງກັນປະເທດຂອງແຕ່ລະຝ່າຍ, ພ້ອມທັງຊົມເຊີຍຂໍ້ຕົກລົງບໍລິຫານທີ່ບັນລຸໄດ້ໃນປີນີ້ລະຫວ່າງອົງການປ້ອງກັນຊາດ ເອີລົບ ແລະ ກະຊວງປ້ອງກັນປະເທດ ອາເມລິກາ.

ສອງຝ່າຍຍັງໄດ້ປຶກສາຫາລືບັນດາຄຳໝັ້ນສັນຍາລວມສຳລັບບາງບັນຫາ, ເຊິ່ງລວມມີ: ການຮ່ວມມືໃນການໜູນຊ່ວຍ ຢູແກຼນ, ເພີ່ມທະວີການລົງທຶນປ້ອງກັນປະເທດ ແລະ ການຮ່ວມມືອຸດສາຫະກຳປ້ອງກັນປະເທດ, ຄວາມໝັ້ນຄົງຢູ່ເຂດ Balkan ຕາເວັນຕົກ ແລະ ທະວີບ ອາຟຣີກາ ແລະ ສືບຕໍ່ປັບປຸງການພົວພັນຄູ່ຮ່ວມມືຍຸດທະສາດ ແລະ ການພົວພັນຂ້າມມະຫາສະໝຸດ ອັກລັງຕິກເໜືອ.

ຕອບກັບ

ຂ່າວ/ບົດ​ອື່ນ