ອາ​ເມ​ລິ​ກາ, ອີ​ຢູ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສ້າງ​ເງື່ອ​ນ​ໄຂ​ແກ່​ການ​ສົ່ງ​ອອກ​ທັນ​ຍາ​​ພືດ ແລະ ປຸ໋ຍ​ຂອງ ລັດ​ເຊຍ

(VOVWORLD) -ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ເວົ້າກັບທ່ານວ່າ ອາເມລິກາ ແລະ ສະຫະພາບເອີຣົບ (ອີຢູ) ໄດ້ໃຫ້ຄຳໝັ້ນສັນຍາປະຕິບັດເນື້ອໃນສ່ວນໜຶ່ງຂອງຂໍ້ຕົກລົງທີ່ກ່ຽວຂ້ອງເຖິງການສົ່ງອອກຂອງ ລັດເຊຍ, ຕາມນັ້ນແລ້ວ, ບັນດາວິສາຫະກິດສົ່ງອອກທັນຍາພືດ ລັດເຊຍ ຈະບໍ່ຖືກລົງໂທດ. 
ອາ​ເມ​ລິ​ກາ, ອີ​ຢູ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສ້າງ​ເງື່ອ​ນ​ໄຂ​ແກ່​ການ​ສົ່ງ​ອອກ​ທັນ​ຍາ​​ພືດ ແລະ ປຸ໋ຍ​ຂອງ ລັດ​ເຊຍ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ເຂົ້າຮ່ວມ ກອງປະຊຸມສຸດຍອດ G20 (ພາບ:Reuters)

    ວັນທີ 15 ພະຈິກ, ກ່າວຄຳເຫັນຕໍ່ວົງການສື່ມວນຊົນຢູ່ກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍພົ້ນເດັ່ນຂຶ້ນແຖວໜ້າໂລກ (G20) ພວມດຳເນີນຢູ່ ບາລີ, ປະເທດ ອິນໂດເນເຊຍ, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ໃຫ້ຮູ້ວ່າ ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ເວົ້າກັບທ່ານວ່າ ອາເມລິກາ ແລະ ສະຫະພາບເອີຣົບ (ອີຢູ) ໄດ້ໃຫ້ຄຳໝັ້ນສັນຍາປະຕິບັດເນື້ອໃນສ່ວນໜຶ່ງຂອງຂໍ້ຕົກລົງທີ່ກ່ຽວຂ້ອງເຖິງການສົ່ງອອກຂອງ ລັດເຊຍ, ຕາມນັ້ນແລ້ວ, ບັນດາວິສາຫະກິດສົ່ງອອກທັນຍາພືດ ລັດເຊຍ ຈະບໍ່ຖືກລົງໂທດ. ຕາມທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ ແລ້ວ, ຖ້າຫາກວ່າ ອາເມລິກາ ແລະ ອີຢູ ປະຕິບັດຄຳໝັ້ນສັນຍາດັ່ງກ່າວ ທຸກສິ່ງກີດຂວາງຕໍ່ການສົ່ງອອກທັນຍາພືດ ແລະ ປຸ໋ຍຂອງ ລັດເຊຍ ຈະຖືກຍົກເລີກ.

        ໃນວັນດຽວກັນ, ຫົວໜ້າຫ້ອງວ່າການປະທານາທິບໍດີ ຢູແກຼນທ່ານ Andriy Yermak ໃຫ້ຮູ້ວ່າ ປະເທດນີ້ ຢາກສະໜອງທັນຍາພືດ ໃຫ້ແກ່ປະຊາຊົນຕື່ມອີກຢ່າງໜ້ອຍສຸດແມ່ນ 5 ລ້ານຄົນ ທີ່ພວມປະເຊີນໜ້າກັບສະພາບຂາດແຄນສະບຽງອາຫານຢ່າງຮ້າຍແຮງໃນທ້າຍລະດູບານໃໝ່ ຕາມຂໍ້ສະເໜີຂອງທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ຢູ່ກອງປະຊຸມສຸດຍອດ G20.


ຕອບກັບ

ຂ່າວ/ບົດ​ອື່ນ