ອາເມລິກາ ອາດຈະອະນຸຍາດໃຫ້ ອີຣານ ເສີມທາດ urani

ອາເມລິກາ ອາດຈະອະນຸຍາດໃຫ້ ອີຣານ ເສີມທາດ urani - ảnh 1
ຮາກຖານນິວເຄຼຍແຫ່ງໜຶ່ງ ຂອງອີຣານ
(ພາບ: ອີນເຕີເນັດ)

(vovworld) - ຕາມ​ໜັງສືພິມ The Los Angeles Times ​ເມືອ​ວັນ​ທີ 27/4 ​ແລ້ວ, ອາ​ເມ​ລິ​ກາ ອາດ​ຈະ​ອະ​ນຸຍາດ​ໃຫ້ ອິ​ເຮຣານ​ ເສີມ​ທາດ urani ​​ແທນ​ທີບັນດາ​ມາດ​ຕະການ​ເຄັ່ງ​ຄັດ ​ເພື່ອ​ແນ​ໃສ່​ຄວບ​ຄຸມ​ຄວາມ​ສາມາດ​ຜະລິດ​ລະ​ເບີດ​ນິວ​ເຄຼຍຂອງ ​ເຕ​ເຮຣານ. ໜັງສືພິມ​ສະບັບ​ດັ່ງກ່າວ​ໄດ້​ຄັດ​ຄຳ​ເວົ້າ​ຂອງ​ບັນດາ​ເຈົ້າ​ໜ້າ​ທີ່​ລັດຖະບານ ອາ​ເມ​ລິ​ກາ ​ໃຫ້ຮູ້​ວ່າ: ວໍ​ຊິງ​ຕັນ ອາດ​ຈະ​ອະນຸຍາດ​ໃຫ້ ​ເຕ​ເຮຣານ ​ເສີມ​ທາດ urani ຢູ່​ໃນ​ລະດັບ​ 5% ຖ້າ​ຫາກ​ປະ​ເທດ ສະ​ທາ​ລະນະ​ລັດ ອິດສະ​ລາມ​ນີ້ ຮັບ​ຮູ້​ການ​ກວດກາ​​ໂດຍບໍ່​ຈຳກັດ​ບັນດາ​ຮາກ​ຖານ​ນິວ​ເຄຼຍຂອງ​ເຂົາ​ເຈົ້າ ພ້ອມ​ກັບ​ເງື່ອນ​ໄຂ​ອື່ນ​ໆອີກ. ນອກຈາກ​ນັ້ນ, ​ເຕ​ເຮຣານ ກໍ​ຈະ​ຖືກ​ຮຽກຮ້ອງ​ຮັບ​ຮູ້​ບັນດາ​ມາດ​ຕະການ​ຕິດຕາມ​ກວດກາ ​ແລະ ຮັບປະກັນ​ຄວາມ​ປອດ​ໄພ​ທີ່​ເຄັ່ງ​ຄັດ ​ເຊິ່ງສະຫະ​ປະຊາ​ຊາດ​ໄດ້​ຍົກ​ອອກ​ມາ​ກ່ອນ​ໜ້າ​ນັ້ນ. ​ເລື່ອງ​ຕົກລົງ​ໃຫ້ ອີຣານ ​ເສີມ​ທາດ urani ຢູ່​ບໍ່​ວ່າ​ລະດັບ​ໃດໆ ກໍ່​ແມ່ນ​ເລື່ອງກໍ່​​ໃຫ້​ເກ​ີດການ​​ໂຕ້​ຖຽງ​ກັນ​ໃນ​ຄະນະລັດຖະບານ​ ອາ​ເມ​ລິ​ກາ ກໍ​ຄື​ບັນດາ​ປະ​ເທດ​ພັນທະ​ມິດ​ຂອງ​ປະ​ເທດ​ນີ້. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ໃນ​ໄລຍະ​​ນີ້, ​ເກືອບ​ຄື​ວ່າ​ພວມ​ມີ​ທ່າ​ອ່ຽງຖື​ວ່າ: ອີຣານ ຈະ​ບໍ່​ຮັບ​ຮູ້​ເລື່ອງ​ຢຸດຕິ​ການ​ເສີມ​ທາດ urani ຢ່າງ​ສິ້ນ​ເຊິ່ງ ​ແລະ ​ເລື່ອງ​ສືບ​ຕໍ່​ຮຽກຮ້ອງ ​ເຕ​ເຮຣານ ຢຸດຕິ​ການ​​ເສີມ​ທາ​ດ urani ອາດ​ຈະ​ສະກັດ​ກັ້ນຝ່າຍ​ຕ່າງໆ ບັນລຸ​ໄດ້ຂໍ້​ຕົກລົງ​ຜ່ານ​ການ​ເຈລະຈາ.

ຂ່າວ/ບົດ​ອື່ນ