ອາເມລິກາ ຮັດແໜ້ນ ວຽກງານຕິດຕາມການກະທຳຂອງຈີນ ຢູ່ທະເລຕາເວັນອອກ

ອາເມລິກາ ຮັດແໜ້ນ ວຽກງານຕິດຕາມການກະທຳຂອງຈີນ ຢູ່ທະເລຕາເວັນອອກ - ảnh 1
(ພາບປະກອບ: SCMP)

(vovworld) – ​​ໃນ​ສັນຍານ​ສະ​ແດງ​​ໃຫ້​ເຫັນຄວາມ​ວິຕົກ​ກັງວົນ​ທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ຕໍ່ໜ້າ​ບັນດາ​ການ​ກະທຳ​ແຂງ​ກະ​ດ້າງ​ຂອງ​ຈີນ ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ທະ​ເລ​ຮວາ​ຕຸ​ງ, ສະພາ​ແຫ່ງ​ຊາດ​ອາ​ເມ​ລິ​ກາ ຫາ​ກໍ່​ຮັບຮອງ​ເອົາ​ຂໍ້​ມາດຕາ​ຮຽກຮ້ອງ​ໃຫ້​ກະຊວງ​ປ້​ອ​ງກັນ​ປະ​ເທດອາ​ເມ​ລິ​ກາ ລາຍງານ​​ການກະທຳ​ຕ່າງໆຂອງ​ຈີນ ຢູ່ບັນດາ​ເຂດ​ຂັດ​ແຍ້​ງກັນເປັນ​ປະຈຳ. ຂໍ້​ມາດຕາ​ດັ່ງກ່າວ ນອນ​ໃນ​ຮ່າງ​ກົດໝາຍ​ວ່າ​ດ້ວຍລາຍ​ຈ່າຍ​ງົບປະມານ​​ປ້ອງ​ກັນຊາ​ດປີ 2015 ​ເຊິ່ງສະພາ​ສູງ​ອາ​ເມ​ລິ​ກາ ຮັບຮອງ​ເອົາ​ໃນ​ວັນ​ທີ 13/12. ຕາມ​ຂໍ້​ມາດຕາ​ໃໝ່​ທີ່​ຫາ​ກໍ່​​ໄດ້​ຮັບ​ການເພີ່ມ​ເຕີມ, ​ໃນ​ຮອບ​ເວລາ 180 ວັນ, ນັບ​ແຕ່ຈຸດ​ເວລາ​ຮ່າງ​ກົດໝາຍວ່າ​ດ້ວຍ​ລາຍ​ຈ່າຍ​ງົບປະມານ​ປ້ອງ​ກັນຊາ​ດປີ 2015  ມີ​ຜົນ​ບັງຄັບ​ໃຊ້, ກະຊວງ​ປ້​ອງກັນ​ປະ​ເທດ​ອາ​ເມ​ລິ​ກາ ຕ້ອງ​ຍື່ນ​ສະ​ເໜີ​ບົດ​ລາຍ​ງານສະບັບ​ໜຶ່ງ​ຕໍ່​ກຳມາທິການ​ການ​ຕ່າງປະ​ເທດ​ສະພາຕໍ່າ​ອາ​ເມ​ລິ​ກາ ກ່ຽວ​ກັບ​ບັນດາ​ການ​ກະທຳ​ທີ່​ແນ​ໃສ່​ປ່ຽນ​ແປງ​ສະພາບ​​ເດີມ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ທະ​ເລ​ຮວາ​ຕຸ​ງ ຂອງ​ຈີນ, ກໍ່​ຄື​ຜົນ​ປະ​ທົບ​ຂອງ​ບັນດາ​ການ​ກະທຳ​ດັ່ງກ່າ​ວທີ່​ມີ​ຕໍ່​ຜົນ​ປະ​ໂຫຍ​ຄວາ​ມສະຫງົບ​ປອດ​ໄພ​ຂອງ​ອາ​ເມ​ລິ​ກາ​ຢູ່​ອາຊີ - ປາຊີ​ຟິກ. ສະພາ​ແຫ່ງ​ຊາດ​ອາ​ເມ​ລິ​ກາ ກໍ່​ຮຽກຮ້ອງ​ໃຫ້​ກະຊວງ​ປ້​​ອງກັນ​ປະ​ເທດ ລາຍ​ງານ​ປະຈຳ​ປີ​ກ່ຽວ​ກັບ​ຜົນ​ກະທົບຂອງ​ການ​ເຄື່ອນ​ໄຫວ​ພົວພັນ​ດ້ານ​ການ​ທະຫານ​ລະຫວ່າງ​ອາ​ເມ​ລິ​ກາ - ຈີນ ​ໃນ​ການ​ຫຼຸດຜ່ອນ​ສະພາບ​ຄິດ​ໄລ່​ຢ່າງຜິດ ​ແລະ ຄວາມ​ເຄັ່ງ​ຕຶງ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ທະ​ເລ​ຮວາ​ຕຸ​ງ, ພິ​ເສດ​ແມ່ນ​ໃນ​ບັນດາ​ເຫດການທີ່​ກ່ຽວຂ້ອງ​ເຖິງ​ຈີນ.

ຂ່າວ/ບົດ​ອື່ນ