ອາເມລິກາ ເປີດກ້ວາງການປັບໄໝລົງໂທດຕ້ານ ລັດເຊຍ

(VOVWORLD) - ຕາມທ່ານ Brian Nelson, ຮອງລັດຖະມົນຕີກະຊວງການເງິນ ອາເມລິກາ ແລ້ວ, ກ່ຽວກັບການຕ້ານກໍ່ການຮ້າຍ ແລະ ສືບລາຊະການລັບການເງິນ...
ອາເມລິກາ ເປີດກ້ວາງການປັບໄໝລົງໂທດຕ້ານ ລັດເຊຍ - ảnh 1ຄັນທຸງ ອາເມລິກາ ແລະ ລັດເຊຍ
(ພາບ:REUTERS/TTXVN)

ວັນທີ 5 ມິຖຸນາ, ກະຊວງການຄ້າ ອາເມລິກາ ໃຫ້ຮູ້ວ່າ: ວໍຊິງຕັນ ໄດ້ເປີດກ້ວາງບັນດາມາດຕະການລົງໂທດຕ້ານລັດເຊຍ. ໃນບັນຊີລາຍຊື່ຂອງກະຊວງການເງິນ ອາເມລິກາ ເຊິ່ງລວມມີ 7 ບຸກຄົນ ແລະ 1 ນິຕິບຸກຄົນລັດເຊຍ. ຕາມການອະທິບາຍຂອງອົງການນີ້ແລ້ວ, ຫຼັກຖານເພື່ອປັບໄໝລົງໂທດບັນດາສ່ວນບຸກຄົນນີ້ແມ່ນຂໍ້ກ່າວຫາ “ມີຜົນກະທົບທີ່ຮ້າຍແຮງ ຍ້ອນບົດບາດຂອງເຂົາເຈົ້າໃນບັ້ນຮົບຂອງ ລັດເຊຍ ເພື່ອແນໃສ່ກໍ່ຄວາມຂາດສະຖຽນລະພາບຢູ່ Moldova”. ນອກຈາກນັ້ນ, ກໍ່ຖືວ່າ ເຂົາມີການຕິດຕໍ່ພົວພັນກັບສືບລາຊະການລັບ ລັດເຊຍ. ຕາມທ່ານ Brian Nelson, ຮອງລັດຖະມົນຕີກະຊວງການເງິນ ອາເມລິກາ ແລ້ວ, ກ່ຽວກັບການຕ້ານກໍ່ການຮ້າຍ ແລະ ສືບລາຊະການລັບການເງິນ, ອາເມລິກາ ພ້ອມກັບສະຫະພາບເອີລົບ (EU) “ຍັງໃຫ້ຄຳໝັ້ນສັນຍາການກະທຳຕ້ານຄືນບັນດາບຸກຄົນທີ່ເຂົ້າຮ່ວມການເຄື່ອນໄຫວຕ່າງໆ ໂດຍກໍ່ຄວາມເສຍຫາຍເຖິງຜົນປະໂຫຍດຂອງລັດຖະບານ Moldova”. ເລື່ອງນຳຕົວບັນດາບຸກຄົນ ແລະ ນິຕິບຸກຄົນເຂົ້າບັນຊີລາຍຊື່ປັບໄໝລົງໂທດຂອງກະຊວງການເງິນ  ໝາຍຄວາມວ່າ ອາຍັບຊັບສົມບັດຂອງເຂົາເຈົ້າຢູ່ ອາເມລິກາ, ຫ້າມຊາວ ອາເມລິກາ ດຳເນີນທຸລະກິດກັບເຂົາເຈົ້າ, ກໍ່ຄືຈຳກັດການເຂົ້າເມືອງຢູ່ປະເທດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ