ອາ​ເມ​ລິ​ກາ ເປັນຄັ້ງ​ທຳ​ອິດພົບ​ເຫັນກຳ​ລັງ Houthi ຜັນ​ຂະ​ຫຍາຍ​ພາ​ຫະ​ນະ​ບຸກ​ໂຈມ​ຕີ​ UUV ຢູ່​ທະ​ເລ​ແດງ

(VOVWORLD) -  ນີ້ເປັນຄັ້ງທຳອິດທີ່ເຫັນປະຈັກຕາກຳລັງ Houthi ຜັນຂະຫຍາຍ UUV ນັບແຕ່ເມື່ອເລີ່ມບຸກໂຈມຕີໃນວັນທີ 23 ຕຸລາ ເປັນຕົ້ນມາ.
ອາ​ເມ​ລິ​ກາ ເປັນຄັ້ງ​ທຳ​ອິດພົບ​ເຫັນກຳ​ລັງ Houthi ຜັນ​ຂະ​ຫຍາຍ​ພາ​ຫະ​ນະ​ບຸກ​ໂຈມ​ຕີ​ UUV ຢູ່​ທະ​ເລ​ແດງ - ảnh 1(ພາບປະກອບ:  AFP/TTXVN)

ວັນທີ 18 ກຸມພາ, ທຳນຽບ  5 ແຈ ໄດ້ປະກາດວ່າ ບັນດາກຳລັງ ອາເມລິກາ ຢູ່ທະເລແດງ “ໄດ້ປະຕິບັດສຳເລັດການບຸກໂຈມຕີ 5 ຄັ້ງ ທີ່ມີລັກສະນະປ້ອງກັນຕົວ” ແນໃສ່ສະກັດກັ້ນບັນດາການບຸກໂຈມຕີຢູ່ເຂດດິນຕໍ່ແຜ່ນ ແລະ ທະເລ ຈາກເຂດຕ່າງໆໂດຍກຳລັງ Houthi ຄວບຄຸມຢູ່ ເຢແມນ.     

ໃນຂະນະນັ້ນ, ກອງບັນຊາການສູນກາງຂອງກອງທັບ ອາເມລິກາ (CENTCOM) ກໍ່ຢັ້ງຢືນວ່າ ກຳລັງດັ່ງກ່າວ ໄດ້ບຸກໂຈມຕີດ້ວຍລູກສອນໄຟນຳວິຖີຕ້ານກ່ຳປັ່ນເຄື່ອນທີ່ 3 ລູກ, ພາຫະນະບໍ່ມີຄົນຂັບດຳນ້ຳ UUV  ແລະ ເຮືອກາໂນບໍ່ມີຄົນຂັບ (USV). CENTCOM ໃສ່ໃຈວ່າ ນີ້ເປັນຄັ້ງທຳອິດທີ່ເຫັນປະຈັກຕາກຳລັງ Houthi ຜັນຂະຫຍາຍ UUV ນັບແຕ່ເມື່ອເລີ່ມບຸກໂຈມຕີໃນວັນທີ 23 ຕຸລາ ເປັນຕົ້ນມາ. CENTCOM  ຢັ້ງຢືນວ່າ ບັນດາລູກສອນໄຟ ແລະ ພາຫະນະດັ່ງກ່າວ ແມ່ນໄພນາບຂູ່ທີ່ໃກ້ຈະເກີດຂຶ້ນສຳລັບກ່ຳປັ່ນຮົບ ແລະ ກ່ຳປັ່ນການຄ້າຂອງ ອາເມລິກາ ໃນເຂດດັ່ງກ່າວ. ບັນດາບັ້ນຊ້ອມຮົບເຫຼົ່ານັ້ນຂອງກອງທັບ ອາເມລິກາ ແມ່ນເພື່ອແນໃສ່ຈຸດປະສົງ “ເຮັດໃຫ້ເຂດທະເລສາກົນກາຍເປັນເຂດທີ່ປອດໄພກວ່າ”.


ຕອບກັບ

ຂ່າວ/ບົດ​ອື່ນ