ອາ​ເມ​ລິ​ກາ ແມ່ນ​ຕະຫຼາດ​ສົ່ງ​ອອກ​ໃຫຍ່​ທີ່​ສຸດ​ຂອງ ຫວຽດ​ນາມ​ ໃນ 4 ເດືອນ

(VOVWORLD) - ອາເມລິກາ ແມ່ນຕະຫຼາດສົ່ງອອກໃຫຍ່ສຸດຂອງ ຫວຽດນາມ ດ້ວຍຍອດວົງເງິນການຄ້າ ຄາດວ່າບັນລຸ 34,1 ຕື້ USD. ຖັດຈາກນັ້ນແມ່ນ ຈີນ ດ້ວຍຍອດວົງເງິນສົ່ງອອກບັນລຸ 18 ຕື້ USD, ສະຫະພາບເອີຣົບ (EU) ດ້ວຍ 16,4 ຕື້ USD.
ອາ​ເມ​ລິ​ກາ ແມ່ນ​ຕະຫຼາດ​ສົ່ງ​ອອກ​ໃຫຍ່​ທີ່​ສຸດ​ຂອງ ຫວຽດ​ນາມ​ ໃນ 4  ເດືອນ - ảnh 1(ພາບປະກອບ: VOV)

ຕາມກົມໃຫຍ່ສະຖິຕິ ຫວຽດນາມ ແລ້ວ, ໃນ 4 ເດືອນຕົ້ນປີ 2024, ຍອດວົງເງິນສົ່ງອອກ, ນຳເຂົ້າສິນຄ້າຂອງ ຫວຽດນາມ ບັນລຸ 238,88 ຕື້ USD; ການສົ່ງອອກເກີນດຸນບັນລຸ 8,4 ຕື້ USD. ອາເມລິກາ ແມ່ນຕະຫຼາດສົ່ງອອກໃຫຍ່ສຸດຂອງ ຫວຽດນາມ. ຈີນ ແມ່ນຕະຫຼາດນຳເຂົ້າໃຫຍ່ທີ່ສຸດຂອງ ຫວຽດນາມ ດ້ວຍວົງເງິນການຄ້າ ຄາດວ່າບັນລຸ 41,6 ຕື້ USD. ລະອຽດ, ວົງເງິນສົ່ງອອກສິນຄ້າຂອງເດືອນ ເມສາ ໃນທົ່ວປະເທດ ຄາດວ່າບັນລຸເກືອບ 31 ຕື້ USD, ເພີ່ມຂຶ້ນ 10,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ໄລ່ສະເລ່ຍ 4 ເດືອນຕົ້ນປີ 2024, ວົງເງິນສົ່ງອອກສິນຄ້າ ຄາດວ່າບັນລຸ 123,64 ຕື້ USD, ເພີ່ມຂຶ້ນ 15% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ອາເມລິກາ ແມ່ນຕະຫຼາດສົ່ງອອກໃຫຍ່ສຸດຂອງ ຫວຽດນາມ ດ້ວຍຍອດວົງເງິນການຄ້າ ຄາດວ່າບັນລຸ 34,1 ຕື້ USD. ຖັດຈາກນັ້ນແມ່ນ ຈີນ ດ້ວຍຍອດວົງເງິນສົ່ງອອກບັນລຸ 18 ຕື້ USD, ສະຫະພາບເອີຣົບ (EU) ດ້ວຍ 16,4 ຕື້ USD.

ຕອບກັບ

ຂ່າວ/ບົດ​ອື່ນ