ອາ​ເມ​ລິ​ກາ ​ແລະ ຈີນສ້າງ​ໜ່ວຍ​ງານປະ​ສົມ ທຳ​ອິດ ກ່ຽວ​ກັບ​ດິນ​ຟ້າ​ອາ​ກາດ

(VOVWORLD) - ໜ່ວຍງານປະສົມລວມ ອາເມລິກາ - ຈີນ ກ່ຽວກັບດິນຟ້າອາກາດ ຈະສຸມໃສ່ຮັບມືກັບບັນດາບັນຫາດ່ວນກ່ຽວຂ້ອງເຖິງສະພາບການສິ່ງແວດລ້ອມໃນປັດຈຸບັນ. 
ອາ​ເມ​ລິ​ກາ ​ແລະ ຈີນສ້າງ​ໜ່ວຍ​ງານປະ​ສົມ ທຳ​ອິດ ກ່ຽວ​ກັບ​ດິນ​ຟ້າ​ອາ​ກາດ - ảnh 1ທູດພິເສດ ກ່ຽວກັບບັນຫາດິນຟ້າອາກາດຂອງ ຈີນ, ທ່ານ ເຊ້ຍເຈິນຂວາ (ເບື້ອງຂວາ) ແລະ ຄູ່ຕຳແໜ່ງ ອາເມລິກາ John Kerry (ພາບ:VCG)

ວັນທີ 15 ພະຈິກ, ບັນດາເຈົ້າໜ້າທີ່ ອາເມລິກາ ແລະ ຈີນ ແຈ້ງໃຫ້ຊາບວ່າ ບັນລຸໄດ້ຂໍ້ຕົກລົງສ້າງຕັ້ງໜ່ວຍງານປະສົມທຳອິດ ລະຫວ່າງສອງປະເທດກ່ຽວກັບ ດິນຟ້າອາກາດ, ຜ່ານນັ້ນ ຊຸກຍູ້ບັນດາຄວາມມານະພະຍາຍາມທົ່ວໂລກກ່ຽວກັບການຫຼຸດຜ່ອນການປ່ອຍອາຍພິດ, ຕ້ານມົນລະພິດ ແລະ ຫັນປ່ຽນພະລັງງານ.

        ຕາມເນື້ອໃນແຈ້ງການສະບັບອອກວັນທີ 15 ພະຈິກນັ້ນ, ໜ່ວຍງານປະສົມລວມ ອາເມລິກາ - ຈີນ ກ່ຽວກັບດິນຟ້າອາກາດ ຈະສຸມໃສ່ຮັບມືກັບບັນດາບັນຫາດ່ວນກ່ຽວຂ້ອງເຖິງສະພາບການສິ່ງແວດລ້ອມໃນປັດຈຸບັນ. ນອກຈາກນັ້ນ, ອາເມລິກາ ແລະ ຈີນ ກໍແຈ້ງໃຫ້ຊາບວ່າ ສະໜັບສະໜູນຖະແຫຼງການຂອງການນຳກຸ່ມບັນດາພື້ນຖານໃຫຍ່ - G20 ກ່ຽວກັບການເພີ່ມສະມັດຕະພາບການຜະລິດພະລັງງານທົດແທນໃນທົ່ວໂລກໃຫ້ຂຶ້ນທົບ 3 ເທົ່າ ໃນປີ 2030, ໃຫ້ຄຳໝັ້ນສັນຍາ ພ້ອມກັນຊຸກຍູ້ການສ້າງຂໍ້ຕົກລົງທົ່ວໂລກ, ມີຄວາມຜູກມັດດ້ານນິຕິກຳ, ກ່ຽວກັບການຕ້ານພົນລະພິດສິ່ງເສດເຫຼືອຢາງພະລາດສະຕິກ.

ກວາງຢຸງ

ຕອບກັບ

ຂ່າວ/ບົດ​ອື່ນ