ອາເມລິກາ ແລະ ຍີ່ປຸ່ນ ເຂົ້າຮ່ວມການເຈລະຈາຍຸດທະສາດຄັ້ງທີໜຶ່ງ ກ່ຽວກັບການຮ່ວມມືກັບ ອາຊຽນ

(VOVWORLD) -
ອາເມລິກາ ແລະ ຍີ່ປຸ່ນ ເຂົ້າຮ່ວມການເຈລະຈາຍຸດທະສາດຄັ້ງທີໜຶ່ງ ກ່ຽວກັບການຮ່ວມມືກັບ ອາຊຽນ - ảnh 1ພາບປະກອບ

ຍີ່ປຸ່ນ ແລະ ອາເມລິກາ ໄດ້ຈັດຕັ້ງການເຈລະຈາຍຸດທະສາດຄັ້ງທີ 1 ໃນວັນທີ 1 ມິຖຸນາ ກ່ຽວກັບການຮ່ວມມືກັບສະຫະສະມາຄົມປະຊາຊາດບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ໃນຂອບເຂດຍຸດທະສາດລວມຂອງ ໂຕກຽວ ແລະ ວໍຊິງຕັນ ຢູ່ພາກພື້ນ. ເຫດການດັ່ງກ່າວໄດ້ຮັບການຈັດຕັ້ງຕາມຮູບແບບທາງໄກອອນໄລ, ດ້ວຍການເຂົ້າຮ່ວມຂອງທ່ານ Takehiro Kano, ຫົວໜ້າກົມອາຊີຕາເວັນອອກສ່ຽງໃຕ້ ແລະ ອາຊີຕາເວັນຕົກສ່ຽງໃຕ້ ຂຶ້ນກັບກະຊວງການຕ່າງປະເທດ ຍີ່ປຸ່ນ, ທ່ານ Daniel Kritenbrink, ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ອາເມລິກາ ຮັບຜິດຊອບພາກພື້ນ ອາຊີຕາເວັນອອກ ແລະ ປາຊີຟິກ. ສອງຝ່າຍໄດ້ປຶກສາຫາລືບັນດາມາດຕະການເພີ່ມທະວີການຮ່ວມມືກັບ ອາຊຽນ ໃນການຮັບປະກັນຄວາມໝັ້ນຄົງພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ.

        ໂຄງການດຳເນີນງານນີ້ກໍ່ລວມມີແຜນການປັບປຸງການພົວພັນກັບບັນດາປະເທດອາຊີຕາເວັນອອກສ່ຽງໃຕ້, ຊຶ່ງໄດ້ຮັບການເຫັນດີເປັນເອກະພາບໃນການພົບປະເມື່ອຕົ້ນອາທິດຜ່ານມາລະຫວ່າງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio ແລະ ທ່ານປະທານາທິບໍດີ ອາເມລິກາ Joe Biden.

ຕອບກັບ

ຂ່າວ/ບົດ​ອື່ນ