ອາເມລິກາ ແລະ ປາກິດສະຖານ ບັນລຸໄດ້ຂໍ້ຕົກລົງເປີດເສັ້ນທາງລຳລຽງຄືນໃຫມ່

ອາເມລິກາ ແລະ ປາກິດສະຖານ ບັນລຸໄດ້ຂໍ້ຕົກລົງເປີດເສັ້ນທາງລຳລຽງຄືນໃຫມ່ - ảnh 1
ລົດໂອໂຕຂົນສົ່ງສິນຄ້າໃຫ້ແກ່ກຳລັງ NATO
ພາບ: internet


(vovword) - ອາ​ເມ​ລິ​ກາ ​ແລະ ປາ​ກິດ​ສະຖານ ​ບັນລຸ​ໄດ້​ຂໍ້​ຕົກລົງ​ກ່ຽວ​ກັບ​ການ​ເປີດ​ບັນດາ​ເສັ້ນທາງ​ລຳລຽງຂອງ NATO ​ເຖິງ​ ອາບ​ກາ​ນິດ​ສະຖານ, ພາຍຫລັງ 7 ​ເດືອນ​ທີ່ Ixlamabad ຕົກລົງ​ປິດເສັ້ນທາງ​ນີ້ ​ຍ້ອນ​ເຫດການ​ເຮືອບິນ​ອາ​ເມ​ລິ​ກາ ບຸກ​ໂຈມ​ຕີ​ທາງ​ອາກາດ​ຊຶ່ງ​ເຮັດ​ໃຫ້ນາຍ​ທະຫານ ປາ​ກິດ​ສະຖານ 24 ຄົນ​ຖືກ​ເສຍ​ຊີວິດ. ​ໃນ​ຖະ​ແຫລ​ງການ​ຫນຶ່ງ, ທ່ານ​ນາງ Hillary Clinton ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ​ໃຫ້​ຮູ້​ວ່າ: ​ໃນ​ການ​ໂອ້​ລົມ​ທາງ​ໂທລະສັບ, ຄູ່​ຮ່ວມ​ຕຳ​ແຫນ່​ງ ປາ​ກິດ​ສະຖານ ທ່ານ Hina Rabbani Khar ​ໄດ້​ແຈ້ງ​ໃຫ້​ທ່ານ​ນາງ​ຊາບ​ວ່າ: ບັນດາ​ເສັ້ນທາງ​ລຳລຽງ​ທາງບົກ​ເຖິງ ອາບ​ກາ​ນິດ​ສະຖານ​ ຈະ​ໄດ້​ຮັບ​ການເປີດ​ຄືນ​ໃຫມ່. ທ່ານ​ນາງ Hillary Clinton ມີ​ຄຳ​ຂໍ​ໂທດ​ຕໍ່​ເຫດການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ເມື່ອ​​ເດືອນ 11/2011 ​ແລະ ຄວາມ​ເສຍ​ຫາຍ​ຊຶ່ງ​ທະຫານ ປາ​ກິດ​ສະຖານ ຕ້ອງ​ແບກ​ຫາບ. ທ່ານ​ນາງ Hillary Clinton ​ໄດ້​ໃຫ້​ຄຳ​ໝັ້ນ​ໝາຍ ຈະ​ສົມທົບ​ກັນຢ່າງ​ແຫນ້ນ​ແຟ້ນກັບ ປາ​ກິດ​ສະຖານ ​ແລະ ອາບ​ກາ​ນິດ​ສະຖານ ​ເພື່ອ​ສະກັດ​ກັ້ນບໍ່​ໃຫ້​ສິ່ງ​ດ່ັງກ່າວ​ເກິ​ດຂຶ້ນອີກ.

​ໃນ​ວັນ​ດຽວ​ກັນ, ທ່ານ​ນາຍົກລັດຖະມົນຕີ ປາ​ກິດ​ສະຖານ Raja Pervez Ashraf ຢືນຢັນ​ວ່າ: ​ເລື່ອງ​ປິດ​ບັນດາ​ເສັ້ນ​ທາງ​ລຳລຽງ​ດັ່ງກ່າວ ​ໄດ້​ກໍ່​ຜົນ​ສະທ້ອນ​ບໍ່​ດີ​ເຖິງ​ສາຍ​ພົວພັນ​ຂອງ​ປະ​ເທດ​ນີ້ ກັບ​ອາ​ເມ​ລິ​ກາ ​ແລະ ບັນດາ​ສະມາຊິກ​ອື່ນ​ຂອງ NATO.

Minh Hien ນັກ​ຂ່າວ VOV ປະຈຳ​ອ​າ​ເມ​ລິ​ກາ

 

ຂ່າວ/ບົດ​ອື່ນ