ອາ​ເມ​ລິ​ກາ ແລະ ອີ​ຣານ ອອກ​ຖະ​ແຫຼງ​ການ​ທີ່​ກົງ​ກັນ​ຂ້າມ​ກັນ​ກ່ຽວ​ການ​ແລກ​ປ່ຽນ​ຊະ​ເລີຍ​ເສິກ

(VOVWORLD) -ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Hossein Amirabdollahian ຖະແຫຼງວ່າ ປະເທດນີ້ ແລະ ອາເມລິກາ ບັນລຸໄດ້ຂໍ້ຕົກລົງກ່ຽວກັບການແລກປ່ຽນຊະເລີຍເສິກ, ພ້ອມທັງສະແດງຄວາມຫວັງວ່າ ຂໍ້ຕົກລົງສະບັບນີ້ຈະໄດ້ຮັບການຜັນຂະຫຍາຍໂດຍໄວ
ອາ​ເມ​ລິ​ກາ ແລະ ອີ​ຣານ ອອກ​ຖະ​ແຫຼງ​ການ​ທີ່​ກົງ​ກັນ​ຂ້າມ​ກັນ​ກ່ຽວ​ການ​ແລກ​ປ່ຽນ​ຊະ​ເລີຍ​ເສິກ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Hossein Amirabdollahian (ພາບ: AFP/TTXVN)

ວັນທີ 12 ມີນາ, ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Hossein Amirabdollahian ຖະແຫຼງວ່າ ປະເທດນີ້ ແລະ ອາເມລິກາ ບັນລຸໄດ້ຂໍ້ຕົກລົງກ່ຽວກັບການແລກປ່ຽນຊະເລີຍເສິກ, ພ້ອມທັງສະແດງຄວາມຫວັງວ່າ ຂໍ້ຕົກລົງສະບັບນີ້ຈະໄດ້ຮັບການຜັນຂະຫຍາຍໂດຍໄວ. ທ່ານ Amirabdollahian ໄດ້ຍົກອອກຖະແຫຼງການດັ່ງກ່າວໃນວາລະກ່າວຄຳເຫັນຜ່ານຊ່ອງໂທລະພາບແຫ່ງໜຶ່ງ, ພ້ອມທັງ ຢັ້ງຢືນວ່າ ເຕເຮຣານ ພ້ອມແລ້ວທີ່ຈະສ້າງເງື່ອນໄຂເພື່ອດຳເນີນວຽກງານດັ່ງກ່າວ.

        ເຖິງຢ່າງໃດກໍຕາມ, ຫຼັງຈາກນັ້ນ, ໂຄສົກກະຊວງການຕ່າງປະເທດ ອາເມລິກາ Ned Price ໄດ້ປະຕິເສດຂໍ້ມູນດັ່ງກ່າວໃນຂະນະທີ່ຕອບສຳພາດຕໍ່ຊ່ອງໂທລະພາບ CNN (ອາເມລິກາ) ແລະ ຊ້ຳບໍ່ໜຳ ຍັງຖືວ່າ ການກະທຳດັ່ງກ່າວຂອງ ອີຣານ ຈະເຮັດໃຫ້ຄອບຄົວຂອງບັນດາພົນລະເມືອງ ອາເມລິກາ ທີ່ຖືກກັກຂັງຢູ່ ອີຣານ ເສຍໃຈອີກດ້ວຍ.


ຕອບກັບ

ຂ່າວ/ບົດ​ອື່ນ