ອາ​ເມ​ລິ​ກາ ​ໜູນ​ຊ່ວຍເງິນ 2 ລ້ານ USD ໃຫ້​ຫວຽດ​ນາມຕ​ື່ມ​ອີກ​ເພື່ອຮັບ​ມື​ກັບ ນ້ຳ​ຖ້ວມ

(VOVWORLD) -ດ້ວຍບ້ວງເງິນນີ້, ອົງການພັດທະນາສາກົນ ອາເມລິກາ (USAID) ຈະເພີ່ມທະວີຄວາມມານະພະຍາຍາມຕອບສະໜອງຄວາມຕ້ອງການດ່ວນ ຂອງບັນດາປະຊາຊົນທີ່ຖືກຜົນສະທ້ອນຈາກ ພາຍຸຄັ້ງປະຫວັດສາດນີ້ ຢູ່ ຫວຽດນາມ. 
ອາ​ເມ​ລິ​ກາ ​ໜູນ​ຊ່ວຍເງິນ 2 ລ້ານ USD ໃຫ້​ຫວຽດ​ນາມຕ​ື່ມ​ອີກ​ເພື່ອຮັບ​ມື​ກັບ ນ້ຳ​ຖ້ວມ - ảnh 1ທ່ານ Mike Pompeo ລັດຖະມົນຕີກະຊວງການຕ່າງປະເທດອາເມລິກາ ພົບປະກັບທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ (ພາບ: TTXVN) 

ວັນທີ 31 ຕຸລາ, ສະຖານທູດ ອາເມລິກາ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ: ໃນການຢ້ຽມຢາມ ຫວຽດນາມ (29 – 30 ຕຸລາ), ທ່ານ Mike Pompeo ລັດຖະມົນຕີກະຊວງການຕ່າງປະເທດອາເມລິກາ ໄດ້ປະກາດວ່າ ອາເມລິກາ ຈະສະໜອງ ເງິນໜູນຊ່ວຍ ມະນຸດສະທຳທີ່ມີມູນຄ່າ 2 ລ້ານ USD ໃຫ້ ຫວຽດນາມ ຕື່ມອີກເພື່ອຮັບມືກັບພາຍຸ Molave ແລະ ສະພາບການນ້ຳຖ້ວມຢ່າງຮ້າຍແຮງທີ່ ໄດ້ ແລະ ພວມກໍ່ຜົນສະທ້ອນຕໍ່ເຂດພາກກາງ ຫວຽດນາມ ນັບແຕ່ຕົ້ນເດືອນຕຸລາ 2020.

ດ້ວຍບ້ວງເງິນນີ້, ອົງການພັດທະນາສາກົນ ອາເມລິກາ (USAID) ຈະເພີ່ມທະວີຄວາມມານະພະຍາຍາມຕອບສະໜອງຄວາມຕ້ອງການດ່ວນ ຂອງບັນດາປະຊາຊົນທີ່ຖືກຜົນສະທ້ອນຈາກ ພາຍຸຄັ້ງປະຫວັດສາດນີ້ ຢູ່ ຫວຽດນາມ. ປັດຈຸບັນ, ບັນດາຄູ່ຮ່ວມມືຂອງ USAID, ໃນນັ້ນມີ ສະພາກາແດງ ຫວຽດນາມ, ພວມແກ້ໄຂບັນດາຄວາມຕ້ອງການ ກ່ຽວກັບສະບຽງອາຫານ, ບ່ອນຢູ່ອາໄສ, ນ້ຳສະອາດ…ໃຫ້ແກ່ບັນດາຄອບຄົວທີ່ຖືກຜົນສະທ້ອນຈາກພາຍຸ Molave. ບັນດາຄູ່ຮ່ວມມືຂອງ USAID  ກໍ່ຈະໜູນຊ່ວຍບັນດາຄອບຄົວທີ່ຖືກຜົນສະທ້ອນເມື່ອເຂົາເຈົ້າເລີ່ມຕົ້ນ ຟື້ນຟູການຜະລິດ.

ຕອບກັບ

ຂ່າວ/ບົດ​ອື່ນ