ອາ​ເມ​ລິ​ກາ​ກ່າວ​ເຕືອນ​ກ​ລົງ​ໂທດ​ທຸກໆ​ການ​ກະ​ທຳ​ຄ້າ​ຂາຍ​ອາ​ວຸດ​ໃຫ້​ແກ່ ອີ​ຣານ

(VOVWORLD) -ຄຳກ່າວເຕືອນດັ່ງກ່າວໄດ້ຍົກອອກມາໃນເວລາທີ່ຄຳສັ່ງຫ້າມການຂົນສົ່ງຄ້າຂາຍອາວຸດທຳມະດາໃຫ້ແກ່ອີຣານ ໝົດຜົນສັກສິດ ນັບແຕ່ວັນທີ 18 ຕຸລາເປັນຕົ້ນໄປ.
ອາ​ເມ​ລິ​ກາ​ກ່າວ​ເຕືອນ​ກ​ລົງ​ໂທດ​ທຸກໆ​ການ​ກະ​ທຳ​ຄ້າ​ຂາຍ​ອາ​ວຸດ​ໃຫ້​ແກ່ ອີ​ຣານ - ảnh 1ທ່ານ Mike Pompeo ລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ (ພາບ: AFP/TTXVN)

ວັນທີ 18 ຕຸລາ, ທ່ານ Mike Pompeo ລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ ກ່າວເຕືອນວ່າ ອາເມລິກາ ພ້ອມແລ້ວທີ່ຈະນຳໃຊ້ສິດອຳນາດພາຍໃນປະເທດ ເພື່ອລົງໂທດບໍ່ວ່າ ສ່ວນບຸກຄົນ ຫຼືພາກສ່ວນໃດ ທີ່ປະກອບສ່ວນເຂົ້າດ້ານວັດຖຸ ເພື່ອແນໃສ່ສະໜອງ, ຂາຍ ຫຼື ຂົນສົ່ງ ອາວຸດທຳມະດາໄປຍັງອີຣານ ຫຼື ມາຈາກອີຣານ, ທ່ານ Mike Pompeo ຖືວ່າ ບັນດາປະເທດທັງໝົດຊອກຫາສັນຕິພາບ ແລະ ສະຖຽນລະພາບ ຢູ່ ພາກຕາເວັນອອກກາງ ກໍ່ຄືສະໜັບສະໜູນການຕໍ່ສູ້ຕ້ານການກໍ່ການຮ້າຍ ຕ້ອງຫຼີກລ້ຽງທຸກໆການກະທຳຄ້າຂາຍອາວຸດກັບອີຣານ.

        ຄຳກ່າວເຕືອນດັ່ງກ່າວໄດ້ຍົກອອກມາໃນເວລາທີ່ຄຳສັ່ງຫ້າມການຂົນສົ່ງຄ້າຂາຍອາວຸດທຳມະດາໃຫ້ແກ່ອີຣານ ໝົດຜົນສັກສິດ ນັບແຕ່ວັນທີ 18 ຕຸລາເປັນຕົ້ນໄປ.

ຕອບກັບ

ຂ່າວ/ບົດ​ອື່ນ