ອາເມລິກາຄິດໄລ່ຊັ່ງຊາໂຈະການຊ້ອມຮົບCobra Gold ຢູ່ໄທ

ອາເມລິກາຄິດໄລ່ຊັ່ງຊາໂຈະການຊ້ອມຮົບCobra Gold ຢູ່ໄທ - ảnh 1
ທ່ານ  Scot Marciel.
photo: AP


(vovworld)- ປະຕິກິລິຍາ​ຕໍ່​ການ​ລັດຖະປະຫານ​ການ​ທະຫານ​ຫວ່າງ​ແລ້ວ​ນີ້​ຢູ່​​ໄທ, ວັນ​ທີ 24/6, ລັດຖະບານ ອາ​ເມ​ລິ​ກາ ຕົກລົງ​ສືບ​ຕໍ່​ຢຸດ​ຕິ​ບັນດາ​​ໂຄງການ​ຊ່ວຍ​ເຫລືອ​ໃຫ້​ແກ່​ ບາງກອກ ພ້ອມ​ທັງ ຄິດ​ໄລ່​ຊັ່ງຊາ ​ໂຈະ​ການ​ຊ້ອມ​ຮົບ​ຮ່ວມ​ດ້ວຍ​ຂະຫນາດ​ໃຫຍ່​ຢູ່ ​ໄທ. ກ່າວ​ຄຳ​ເຫັນ​ໃນ​ວາລະ​ອະພິປາຍ​ຂອງ ອະນຸ​ກຳມະການ ການ​ພົວພັນ​ຕ່າງປະ​ເທດ​ສະພາ​ຕຳ່ ອາ​ເມ​ລິ​ກາ ກ່ຽວ​ກັບ​ອາຊີ​ ທີ່ ສະພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ, ທ່ານ Scot Marciel, ​ເຈົ້າ​ຫນ້າ​ທີ່​ຂັ້ນ​ສູງ ຮັບຜິດຊອບ​ພາກ​ພື້ນ ອາຊາ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ໃຫ້​ຮູ້​ວ່າ:​ວໍ​ຊິງ​ຕັນ ​ໄດ້​ປິດ​ລ້ອມ 50% ບ້ວງ​​ເງິນ​ຊ່ວຍ​ເຫລືອປະ​ຈຳປີ ລວມມູນ​ຄ່າ 10,5 ລ້ານ USD ​ໃຫ້​ແກ່​ ບາງກອກ.  ​ໃນ​ນັ້ນ ມີ​ໂຄງການ​ຝືກອົບຮົມ​ໃຫ້​ແກ່ນາຍ​ຕຳຫລວດ​ຂັ້ນ​ສູງ​ຂອງ​ໄທ. ຕາມ​ທ່ານ Scot Marciel ​ແລ້ວ, ອາ​ເມ​ລິ​ກາ ພວມ​ຄິດ​ໄລ່​ຊັ່ງຊາ ປ່ຽນ​ສະຖານ​ທີ່​ຈັດ​ຕັ້ງ​ການ​ຊ້ອມ​ຮົບ“ງູ​ເຮົ່າທອງ” Cobra Gold ກັບ​ໄທ​ໃນ​ໄລຍະ​ຈະ​ມາ​ເຖິງ. ການ​ຊ້ອມ​ຮົບ​ນີ້​ຄາດ​ວ່າ ມີ​ການ​ເຂົ້າ​ຮ່ວມ​ຂອງ ພົນທະ​ຫານ​ກວ່າ 13.000 ຄົນ ທີ່​ມາ​ຈາກ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ອາຊີ -ປາຊີ​ຟີ​ກ.

ຂ່າວ/ບົດ​ອື່ນ