ອາ​ເມ​ລິ​ກາຈັດ​ຈີນແມ່ນ​ປະ​ເທດ​ຄອບ​ງຳ​ເງິນ​ຕາ​ຢ່າງ​ເປັນ​ທາງ​ການ

(VOVWORLD) - ຕອນບ່າຍວັນທີ 5 ສິງຫາ,  ຕາມເວລາທ້ອງຖິ່ນ, ກະຊວງການເງິນອາເມລິກາ ໄດ້ຈັດຈີນ ແມ່ນປະເທດຄອບງຳເງິນຕາຢ່າງເປັນທາງການ, ໄດ້ກ່າວຫາວ່າ ປັກກິງ ເຮັດໃຫ້ສະກຸນເງິນຢວນບຸບລາຄາ ຂະນະທີ່ການຂັດແຍ້ງດ້ານການຄ້າລະຫວ່າງສອງຝ່າຍປີນຂັ້ນໄດ.
ອາ​ເມ​ລິ​ກາຈັດ​ຈີນແມ່ນ​ປະ​ເທດ​ຄອບ​ງຳ​ເງິນ​ຕາ​ຢ່າງ​ເປັນ​ທາງ​ການ - ảnh 1

ທ່ານ Steven Mnuchin ລັດຖະມົນຕີກະຊວງການເງິນອາເມລິກາ (ພາບ: REUTERS)

    ຄຳຖະແຫຼງດັ່ງກ່າວກໍ່ໃຫ້ຮູ້ວ່າ ທ່ານ Mnuchin ລັດຖະມົນຕີກະຊວງການເງິນອາເມລິກາ ຈະທາບທາມຄຳເຫັນຈາກກອງທຶນເງິນຕາສາກົນ (IMF) ເພື່ອປັດເຂ່ຍທ່າແຮງການແກ້ງແຍ້ງທີ່ບໍ່ມີຄວາມຍຸດຕິທຳ ຊື່ງຈີນ ໄດ້ຮັບຈາກການກະທຳຫຼ້າສຸດ ທີ່ກ່ຽວຂ້ອງເຖິງການເຮັດໃຫ້ສະກຸນເງິນຢວນບຸບລາຄາ.

   ໃນວັນດຽວກັນ, ປະທານາທິບໍດີອາເມລິກາ Donald Trump ໄດ້ກ່າວຫາໃນສື່ສັງຄົມອອນລາຍ Twitter ວ່າ: “ນີ້ແມ່ນການລະເມີດຢ່າງໜັກໜ່ວງ ຊື່ງຈະເຮັດໃຫ້ປະເທດຈີນ ຖືກອ່ອນເພຍລົງຜ່ານການເວລາ”.

   ການກະທຳດັ່ງກ່າວໄດ້ເກີດຂຶ້ນພາຍຫຼັງຕອນເຊົ້າວັນທີ 5 ສິງຫາ ທີ່ຈີນ ໄດ້ຕົກລົງວ່າ: 1 USD ແລກໄດ້ 7 ຢວນ, ຄ່າເງິນຕົກເຖິງ 2% ຊື່ງແມ່ນລະດັບຕ່ຳສຸດຂອງສະກນເງິນຈີນ ໃນຮອບເວລາ 10 ປີມານີ້.

ຕອບກັບ

ຂ່າວ/ບົດ​ອື່ນ