ອາເມລິກາ,ຈີນຢືນຢັນເປົ້າໝາຍລວມໃນການປອດນິວເຄຼຍສປປ.ເກົາຫຼີຄືນໃໝ່

(VOVWORLD) -ໃນຂອບເຂດການຢ້ຽມຢາມປັກກິ່ງ ເມື່ອວັນທີ 08 ຕຸລາ, ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Mike Pompeo ໄດ້ມີການພົບປະກັບທ່ານກຳມະການຜູ້ປະຈຳການລັດຖະບານຈີນ ຢາງເຈຍສື ແລະ ທ່ານລັດຖະມົນຕີການຕ່າງປະເທດຈີນ ວາງອີ.

ອາເມລິກາ,ຈີນຢືນຢັນເປົ້າໝາຍລວມໃນການປອດນິວເຄຼຍສປປ.ເກົາຫຼີຄືນໃໝ່ - ảnh 1 ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Mike Pompeo ແລະ 

ທ່ານລັດຖະມົນຕີການຕ່າງປະເທດຈີນ ວາງອີ

(ພາບ: AFP/TTXVN)

ທີ່ບັນດາການພົບປະ, ວົງການເຈົ້າໜ້າທີ່ 2 ປະເທດໄດ້ຢືນຢັນເຖິງຄວາມຕັດສິນໃຈລວມຄືນໃໝ່ເພື່ອແນໃສ່ບັນລຸໄດ້ວິວັດທະນາການປອດນິວເຄຼຍຢູ່ສປປ.ເກົາຫຼີຢ່າງສິ້ນເຊີງ, ຕາມຂໍ້ຕົກລົງທີ່ບັນລຸໄດ້ລະຫວ່າງການນຳສປປ.ເກົາຫຼີ Kim Jong un ແລະ ທ່ານປະທານາທິບໍດີອາເມລິກາ Donald Trump ທີ່ການພົບປະຄັ້ງປະຫວັດສາດຢູ່ສິງກະໂປ ເມື່ອເດືອນ ມິຖຸນາ ຜ່ານມາ. 2 ຝ່າຍເຫັນດີນຳກັນໃນການຮັກສາເລື່ອງກໍ່ຄວາມກົດດັນຕໍ່ພຽງຢາງ ແລະ ໃຫ້ຄຳໝັ້ນສັນຍາຈະນຳມາເຊິ່ງ “ອະນາຄົດອັນສົດໄສກວ່າ” ໃຫ້ແກ່ສປປ.ເກົາຫຼີ ຖ້າຫາກປະເທດນີ້ປະຕິບັດການປອດນິວເຄຼຍຢ່າງໄວ.

        ຈີນແມ່ນປະເທດສຸດທ້າຍໃນການເດີນທາງໄປປະຕິບັດງານຂອງທ່ານລັດຖະມົນຕີການຕ່າງປະເທດ Pompeo ໃນລະຫວ່າງວັນທີ 07 ຕຸລາ. ກ່ອນໜ້ານັ້ນ, ທ່ານລັດຖະມົນຕີການຕ່າງປະເທດ Pompeo ໄດ້ປະຕິບັດການຢ້ຽມຢາມ ຍີ່ປຸ່ນ, ສປປ.ເກົາຫຼີ, ສ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ