ອາ​ເມ​ລິ​ກາ​ຊອກ​ຫາ​ວິ​ທີ ແກ້​ໄຂ​ສະ​ພາບ​ຈົນ​ຕາ​ແຈ​ໃນ​ການ​ເຈ​ລະ​ຈາ​ນິວ​ເຄຼຍ ກັບ ສປປ.ເກົາຫຼີ

(VOVWORLD) -ວັນທີ 15 ທັນວາ, ທ່ານ Stephen Biegun ທູດພິເສດຂອງ ອາເມລິກາຮັບຜິດຊອບບັນຫາ ສປປ.ເກົາຫຼີ ໄດ້ໄປຍັງ ສ.ເກົາຫຼີໃນສະພາບການພຽງຢາງ ເພີ່ມທະວີຄວາມກົດດັນ ຮຽກຮ້ອງ ວໍຊິງຕັນຕ້ອງປະນີປະນອມເພື່ອແນໃສ່ ແກ້ໄຂສະພາບຈົນຕາແຈຂອງບັນດາການເຈລະຈາປອດນິວເຄຼຍ ກ່ອນເວລາກຳນົດໃນທ້າຍປີນີ້. 
ອາ​ເມ​ລິ​ກາ​ຊອກ​ຫາ​ວິ​ທີ ແກ້​ໄຂ​ສະ​ພາບ​ຈົນ​ຕາ​ແຈ​ໃນ​ການ​ເຈ​ລະ​ຈາ​ນິວ​ເຄຼຍ ກັບ ສປປ.ເກົາຫຼີ - ảnh 1ທ່ານ Stephen Biegun ທູດພິເສດຂອງ ອາເມລິກາຮັບຜິດຊອບບັນຫາ ສປປ.ເກົາຫຼີ (ພາບ: AFP/TTXVN)

ທ່ານ Stephen Biegun ບໍ່ຍົກອອກບໍ່ວ່າ ຄຳຄິດເຫນໃດເມື່ອໄປຮອດ ສະໜາມບິນ Incheon. ຕາມແຜນການແລ້ວ, ທ່ານ Stephen Biegun ຈະພົບປະກັບຄູ່ຕຳແໜ່ງ ສ.ເກົາຫຼີ Lee Do-hoon ເພື່ອປຶກສາຫາລືກ່ຽວກັບວິທີການຮັກສາບັນດາກຳລັງໜູນຊຸກຍູ້ການເຈລະຈາກັບພຽງຢ່າງ ແລະ ເພື່ອບັນລຸໄດ້ຄວາມຄືບໜ້າໃນບັນດາຄວາມມານະພະຍາຍາມການຫັນເປັນການປອດນິວເຄຼຍ, ຊຸກຍູ້ການສ້າງສັນຕິພາບອັນຍາວນານບົນແຫຼມເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ