ອາເມລິກາຍົກເລີກໂຄງການຕິດຕາມກວດກາປາໜັງແມ່ນຄຳຕັດສິນຖືກຕ້ອງ

ອາເມລິກາຍົກເລີກໂຄງການຕິດຕາມກວດກາປາໜັງແມ່ນຄຳຕັດສິນຖືກຕ້ອງ - ảnh 1
ພາບປະກອບ

(vovworld) –  ກ່ຽວຂ້ອງ​ເຖິງ​​ເລື່ອງ, ວັນ​ທີ 25/5 ຜ່ານ​ມາ, ​ສະພາ​ສູງ ອາ​ເມ​ລິ​ກາ ​ໄດ້​ປ່ອນ​ບັດ​ຮັບຮອງ​ເອົາມະຕິ​ຍົກ​ເລີກ​ໂຄງການ​ຕິດຕາມ​ກວດກາ​ປາ​ໜັງ​ຂອງ​ກະຊວງ​ກະສິກຳ ອາ​ເມ​ລິ​ກາ (USDA), ກະຊວງ​ອຸດສາຫະກຳ ການ​ຄ້າ ຫວຽດນາມ ​ໃຫ້​ຂໍ້​ສັງ​​ເກດວ່າ: ນີ້​ແມ່ນ​ບາດກ້າວ​ສຳຄັນ​ທຳ​ອິດ​ມຸ່ງ​ໄປ​ເຖິງ​ການ​ແກ້​ໄຂ​ບັນຫາ​ນີ້ຢ່າງ​ເຖິງ​ຖອງ ​ແລະ ມີ​ປະສິດທິ​ຜົນ​. ກະຊວງ​ອຸດສາຫະກຳ ການ​ຄ້າ ຫວຽດນາມ ກໍ່​ຊົມ​ເຊີຍ​ຄຳ​ຕັດສິນ​ຢ່າງຖືກຕ້ອງ​ຂອງ​ສະພາ​ສູງ ອາ​ເມ​ລິ​ກາ ​ແລະ ຢັ້ງຢືນ​ວ່າ: ​ໂຄງການ​ຕິດຕາມ​ກວດກາ​ປາ​ໜັງ​ຂອງ​ກະຊວງ​ກະສິກຳ ອາ​ເມ​ລິ​ກາ ​ແມ່ນ​ໂຄງການ​ບໍ່​ມີ​ຜົນ​ປະ​ໂຫຍ​ດ​ໃຫ້​ຜູ້​ໃຊ້​ສອຍ ອາ​ເມ​ລິ​ກາ, ກໍ່​ຜົນ​ສະທ້ອນທີ່​ຫຍໍ້​ທໍ້​ເຖິງ​ການ​ພົວພັນ​ດ້ານ​ເສດຖະກິດ - ການ​ຄ້າ ທີ່​ພວມ​ພັດທະນາ​ຢ່າງ​ຈົບງາມ​ລະຫວ່າງ ຫວຽດນາມ -
ແລະ ​ບໍ່​ເໝາະ​ສົມ​ກັບ​ບັນດາ​ຄຳ​ໝັ້ນ​ສັນຍາ​ຂອງ ອາ​ເມ​ລິ​ກາ ກັບ​ອົງການ​ການ​ຄ້າ​​ໂລກ (WTO).

 

 


ຂ່າວ/ບົດ​ອື່ນ