ອາ​ເມ​ລິ​ກາຍັງ​​ຊັ່ງ​ຊາການ​ກະ​ທຳ​ທາງ​ການ​ທະ​ຫານ​ກັບ​ອີ​ຣາ​ນ

(VOVWORLD) -  ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຊັ່ງຊາຜັນຂະຫຍາຍການກະທຳທາງການທະຫານທີ່ເລັ່ງໃສ່ ອີຣານ, ແຕ່ເນັ້ນໜັກວ່າ ວໍຊິງຕັນຍັງໃຫ້ບຸລິມະສິດການເຈລະຈາກັບ ເຕເຮຣານ
ອາ​ເມ​ລິ​ກາຍັງ​​ຊັ່ງ​ຊາການ​ກະ​ທຳ​ທາງ​ການ​ທະ​ຫານ​ກັບ​ອີ​ຣາ​ນ - ảnh 1ທ່ານປະທານາທິບໍດີ ອາເມລິກາ Donald Trump (ພາບ: THX/TTXVN

ໃນບົດກ່າວປາໄສໜຶ່ງໃນວັນທີ 5 ມິຖຸນາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຊັ່ງຊາຜັນຂະຫຍາຍການກະທຳທາງການທະຫານທີ່ເລັ່ງໃສ່ ອີຣານ, ແຕ່ເນັ້ນໜັກວ່າ ວໍຊິງຕັນຍັງໃຫ້ບຸລິມະສິດການເຈລະຈາກັບ ເຕເຮຣານ. ການນຳອາເມລິກາຖືວ່າ ທຸກໆການກະທຳແມ່ນມີຄວາມຈຳເປັນຄວນໄດ້ຮັບການດຳເນີນເພື່ອສະກັດກັ້ນ ອີຣານຖືກຳມະສິດອາວຸດນິວເຄຼຍ.

        ບົດກ່າວຄຳປາໄສຂອງທ່ານ ປະທານາທິບໍດີ Donald Trump ໄດ້ຍົກອອກມາພາຍຫຼັງການນຳສູງສຸດຂອງ ອີຣານທ່ານ Ali Khamenei ຢັ້ງຢືນວ່າ ອີຣານຈະບໍ່ຍົກເລີກໂຄງການນິວເຄຼຍ ແລະ ລູກສອນໄຟຂອງຕົນ ແລະ ບໍ່ປະໃຫ້ຕົນຖືກ “ຫຼົງກົນ”ຕໍ່ຄຳສະເໜີເຈລະຈາຂອງການນຳອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ