ອາເມລິກາ,ຍີ່ປຸ່ນປະຕິເສດກໍລະນີດຳເນີນເຈລະຈາສັນຍາTPPຄືນໃໝ່

ອາເມລິກາ,ຍີ່ປຸ່ນປະຕິເສດກໍລະນີດຳເນີນເຈລະຈາສັນຍາTPPຄືນໃໝ່ - ảnh 1
(ພາບປະກອບ)

(vovworld) – ວັນ​ທີ 10/11, ທຳ​ນຽບຂາວ​ຖະ​ແຫຼ​ງວ່າ ອຳນາດ​ການ​ປົກຄອງ​ປະທາ​ນາ​ທິບໍດີ​ Barack Obama ​ໄດ້​ປະຕິ​​ເສດ​ຄຳ​ຮຽກຮ້ອງ​ຂອງ​​ສະມາ​ຊິກ​ສະພາ​ແຫ່​ງຊາດ​ອາ​ເມ​ລິ​ກາ ບາງ​ທ່ານກ່ຽວ​ກັບ​ການ​ພິຈາລະນາ​ຄື​ນສັນຍາຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟິກ (TPP), ພ້ອມ​ທັງ​ເນັ້ນ​ໜັກ​ວ່າ ທຸກ​ຄວາມ​ມານະ​ພະຍາຍາມ​ເພື່ອ​ສົ່ງ​ເສີມ​ການ​ເຈລະຈາ​ກ່ຽວ​ກັບ​ສັນຍາ TPP ຄືນ​ໃໝ່ ອາດ​ຈະພາ​ໄປ​​ເຖິງ​ການ​ລົບ​ລ້າງ​ສັນຍາປະຫວັດສາດ​ນີ້. ນີ້​ແມ່ນ​ການ​ກະທຳ​ຊີ້​ໃຫ້​ເຫັນ​ຄວາມ​ຕັດສິນ​ໃຈ​ຂອງ​ລັດຖະບານ​ອາ​ເມ​ລິ​ກາ ​ໃນ​ຄວາມ​ມານະ​ພະຍາຍາມ​ຊຸກ​ຍູ້ສັນຍາ TPP​.

      ​ໂດຍມີ​ທັດສະ​ນະ​​ເຊັ່ນດຽວ​ກັນ​ກັບ​ອຳນາດ​ການ​ປົກຄອງ​ປະທານາທິບໍດີ Obama, ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​ຢູ່​ນະຄອນຫຼວງ​ໂຕ​ກຽວ ​ໃນ​ວັນ​ດຽວ​ກັນ, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​​ເສດຖະກິດ​ຍີ່​ປຸ່ນ Akira Amari ກໍ​ຖື​ວ່າ “ບໍ່​ມີ​ເລື່ອງ​ເຈລະຈາ​ຄືນ​ຂໍ້​ຕົກລົງ”. ທ່ານ​ລັດຖະມົນຕີ Amari ​ເນັ້ນ​ໜັກ​ວ່າ, ບັນດາ​ບັນ​ຫາ​ລ້ວນ​ແຕ່​ມີ​ສ່ວນ​ກ່ຽວຂ້ອງ​ຢ່າງ​ແໜ້ນ​ແຟ້ນນຳ​ກັນ ​ແລະ ທຸກ​ປະ​ເທດ​ສະມາຊິກ​ລ້ວນ​ແຕ່​ມີ​ຄວາມ​ສະ​ເໝີ​ພາບ​ກ່ຽວ​ກັບ​ສິດ​ສຳ​ພັດ​ບັນດາ​ຕະຫຼາ​ດ.

ຂ່າວ/ບົດ​ອື່ນ