ອາເມລິກາດັບສູນຜູ້ກໍ່ການຮ້າຍ Al-Shabaab 17 ຄົນ ຢູ່ໂຊມາເລຍ

(VOVWORLD) - ກອງທັບອາເມລິກາ ໄດ້ເພີ່ມທະວີບັນດາການບຸກໂຈມຕີທາງອາກາດຢູ່ ໂຊມາເລຍ ໃນທ້າຍອາທິດຜ່ານມາ, ດັບສູນຜູ້ກໍ່ການຮ້າຍ Al-Shabaab ຢ່າງໜ້ອຍ17 ຄົນ

ອາເມລິກາດັບສູນຜູ້ກໍ່ການຮ້າຍ Al-Shabaab 17 ຄົນ ຢູ່ໂຊມາເລຍ - ảnh 1(ພາບປະກອບ: THX/TTXVN)

ພາຍຫຼັງກຸ່ມຫົວຮຸນແຮງດັ່ງກ່າວກໍ່ໃຫ້ເກີດບັນດາເຫດບຸກໂຈມຕີຢ່າງຮ້າຍແຮງຢູ່ບັນດາປະເທດອາຟະລິກາ, ໃນນັ້ນມີ ເຄັນຢາ. ໃນຖະແຫຼງການ 2 ສະບັບແຕກຕ່າງກັນ, ເຊິ່ງໄດ້ຍົກອອກມາໃນວັນທີ 01 ມັງກອນ, ກອງບັນຊາການອາຟະລິກາ ຂອງອາເມລິກາ ໃຫ້ຮູ້ວ່າ, ໄດ້ດັບສູນ 4 ເປົ້າໝາຍກໍ່ການຮ້າຍຢູ່ສະຖານທີ່ແຫ່ງໜຶ່ງຫ່າງຈາກ Mogadishu ປະມານ 25 ກ.ມ ໄປທາງທິດຕາເວັນຕົກ ໃນຕອນຄ່ຳວັນທີ 27 ທັນວາ 2017.

        ກ່ອນໜ້ານັ້ນ, ເປົ້າໝາຍກໍ່ການຮ້າຍ 13 ຄົນກໍ່ຖືກດັບສູນຢູ່ພາກໃຕ້ ໂຊມາເລຍ ເມື່ອອາເມລິກາ ເພີ່ມທະວີການເຄື່ອນໄຫວບຸກໂຈມຕີທາງອາກາດແນໃສ່ພວກກໍ່ການຮ້າຍ Al-Shabaab.

ຕອບກັບ

ຂ່າວ/ບົດ​ອື່ນ