ອາເມລິກາຖືຫວຽດນາມແມ່ນຄູ່ຮ່ວມມືທີ່ດີຢູ່ອາຊີ-ປາຊີຟີກ

ອາເມລິກາຖືຫວຽດນາມແມ່ນຄູ່ຮ່ວມມືທີ່ດີຢູ່ອາຊີ-ປາຊີຟີກ - ảnh 1
ພິ​ທີ​ປະ​ກາດ​ບົດ​ລາຍ​ງານ CSIS
ພາບ:vov
(vovworld)- ນີ້​ແມ່ນ​ຂໍ້​ສັງ​ເກດ​ຂອງ​ບັນ​ດາ​ຜູ້​ຊ່ຽວ​ຊານ​ຄົ້ນ​ຄວ້າ​ກ່ຽວ​ກັບ ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ ໃນ​ບົດ​ລາຍ​ງານ​ກ່ຽວ​ກັບ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ໂດຍ​ສູນ​ຄົ້ນ​ຄ້​ວາ​ຍຸດ​ທ​ະ​ສາດ ແລະ ສາ​ກົນ ຂອງ​ອາ​ເມ​ລິ​ກາ (CSIS) ປະ​ກາດ​ໃນ​ຕອນ​ເຊົ້າ​ວັນ​ທີ 2/10. ດ້ວຍ​ຫົວ​ຂໍ້​ວ່າ: “ສັງ​ກາດ​ໃຫມ່ໃນ​ການ​ພົ​ວ​ພັນ​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ຫວຽດ​ນາມ: ​ນຳ​ການ​ພົວ​ພັນລະ​ຫວ່າງ​ສອງ​ປະ​ເທດ​ເປັນ​ປົກ​ກະ​ຕິ​ພາຍ​ຫລັງ 2 ທົດ​ສະ​ວັດໃຫ້​ເລິກ​ເຊິ່ງ”, ບົດ​ລາຍ​ງານ​ດັ່ງ​ກ່າວ​ໄດ້​ສຸມ​ໃສ່ 3 ເສົາ​ຄ້ຳ​ຕົ້ນ​ຕໍ​ໃນ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ​ຄື: ການ​ຮ່ວມ​ມື​ດ້ານ​ການ​ເມືອງ ແລະ ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ການ​ພົວ​ພັນ​ດ້ານ​ການ​ຄ້າ ແລະ ການ​ລົງ​ທຶນ, ການ​ພົວ​ພັນ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ, ການ​ຮ່ວມ​ມື​ກ່ຽວ​ກັບ​ການ​ສຶກ​ສາ, ສາ​ທາ​ລະ​ນະ​ສຸກ ແລະ ສິ່ງ​ແວດ​ລ້ອມ.

        ທ່ານ Scot Maciel, ຮອງ​ຜູ້​ຊ່ວຍ​ວຽກ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ຮັບ​ຜິດ​ຊອບ​ບັນ​ຫາ​ອາ​ຊີ​ຕາ​ເວັນ​ອອກ ແລະ ປາ​ຊີ​ຟີກ ຕີລາ​ຄາ​ສູງ​ບົດ​ບາດ​ຂອງ​ຫວຽດ​ນາມ​ທີ່​ບັນ​ດາ​ເວ​ທີ​ປ​າ​ໄສ​ຫລາຍ​ຝ່າຍ:

        “ໃນ​ຂົງ​ເຂດ​ພົວ​ພັນ​ກັບ​ຕ່າງ​ປະ​ເທດ, ພວກ​ຂ້າ​ພະ​ເຈົ້າ​ໄດ້​ສົມ​ທົບ​ກັບ​ຫວຽດ​ນາມ ຢ່າງ​ມີ​ປະ​ສິດ​ທິ​ຜົນ​ທີ່ ອາ​ຊຽນ​ຮ, ກອງ​ປະ​ຊຸ​ມ​ສຸດຍອດ ອາ​ຊີ​ຕາ​ເວັນ​ອອກ, APEC.. ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ທີ່​ດີ​ໃນ​ການ​ຊຸກ​ຍູ້​ສັນ​ຕິ​ພາບ, ຄວາມ​ສະ​ຫງົບ​ປອດ​ໄພ, ສະ​ຖຽນ​ລະ​ພາບ ແລະ ການ​ຮ່ວມ​ມື​ໃນ​ພາກ​ພື້ນ.”

ຄຽງ​ຄູ່​ກັບ​ບັນ​ດາ​ການ​ຕີ​ລາ​ຄາ​ກ່ຽວ​ກັບ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ 20 ປີ​ຜ່ານ​ມາ, ບົດ​ລາຍ​ງານ​ໄດ້​ສະ​ເຫນີ​ບາງ​ບັນ​ຫາ​ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ພົວ​ພັນ​ສອງ​ຝ່າຍ.

 

ຂ່າວ/ບົດ​ອື່ນ