ອາເມລິກາຖືອາຊຽນ ແມ່ນຈຸດສຸມໃນ ນະໂຍບາຍການ ຕ່າງປະເທດ


ອາເມລິກາຖືອາຊຽນ ແມ່ນຈຸດສຸມໃນ ນະໂຍບາຍການ ຕ່າງປະເທດ - ảnh 1
ທ່ານ Scot Marciel

(ພາບ: .baomoi.com/)

 (vovworld)- ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາສາ​ກົນ​ຢູ່​ນະຄອນຫຼວງ​ຈາ​ກາກ​ຕາ​ເມື່ອວັນ​ທີ 3/12, ທ່ານ Scot Marciel ຮອງ​ຜູ້​ຊ່ວຍ​ວຽກ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ຮັບຜິດຊອບ​ພາກ​ພື້ນ​ອາຊີຕາ​ເວັນ​ອອກ-​ປາຊີ​ຟິກ ປະກາດ​ວ່າ ອາ​ຊຽນ ​ແມ່ນ 1 ​ໃນ​ບັນດາ​ຈຸດ​ສຸມ​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ອາ​ເມ​ລິ​ກາ. ທ່ານ Scot Marciel ຢືນຢັນ​ຄຳໝັ້ນສັນຍາຂອງ​ອາ​ເມ​ລິ​ກາ ​ໃນ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ ຜ່ານ​ການ​ຊຸກຍູ້​ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ, ການໜູນ​ຊ່ວຍ​ດ້ານ​ເຕັກນິກ ​ແລະ ການ​ເງິນ, ຊ່ວຍ​ອາ​ຊຽນ ປະຕິບັດ​ບັນດາ​ຈຸດໝາຍ​ລົບ​ລ້າງ​ຄວາມ​ອຶດຫິວ ຫລຸດຜ່ອນ​ຄວາມທຸກ​ຍາກ, ການ​ສືກສາ, ສາທາລະນະ​ສຸກ, ​ເຊື່ອມ​ຈອດ, ​​ເຊື່ອມ​ໂຍງ ​ແລະ ​ເພີ່ມ​ທະວີ​ຄວາມ​ເຂົ້​າອົກ​ເຂົ້າ​ໃຈ​ລະຫວ່າງ ປຊຊ ສອງ​ຝ່າຍ./.

ຂ່າວ/ບົດ​ອື່ນ