ອາເມລິກາຖະແຫຼງວ່າຈະຈັດການຊ້ອມຮົມດ້ານການທະຫານພ້ອມກັບອາຊຽນໃນປີ 2019

(VOVWORLD) -ວັນທີ 07 ມີນາ, ພົນເຮືອເອກ Philip Davidson, ຜູ້ບັນຊາການທະຫານປາຊີຟິກຂອງອາເມລິກາ ໄດ້ຢືນຢັນຄຳໝັ້ນສັນຍາຂອງອາເມລິກາ ສຳລັບພາກພື້ນ ແລະ ໃຫ້ຮູ້ວ່າ ຈະຈັດການຊ້ອມຮົບຮ່ວມພ້ອມກັບກອງທັບເຮືອບັນດາປະເທດອາຊຽນ ໃນປີ 2019.

ພົນເຮືອເອກ Philip Davidson ຢືນຢັນວ່າ, ອາເມລິກາ ມີຄວາມຮັບຮູ້ຢ່າງຈະແຈ້ງໃນການເພີ່ມທະວີບັນດາການເຄື່ອນໄຫວດ້ານການທະຫານຢ່າງຜິດກົດໝາຍຢູ່ທະເລຕາເວັນອອກ. ພົນເຮືອເອກ Philip Davidson ເນັ້ນໜັກວ່າ: “ຄວນມີປະຕິກິລິຍາສາກົນສຳລັບບັນດາການເຄື່ອນໄຫວດັ່ງກ່າວ, ບົນພື້ນຖານຄວາມເປັນລະບຽບຮຽບຮ້ອຍໂດຍອີງໃສ່ກົດໝາຍສາກົນ, ຮັບປະກັນຄວາມເສລີໃນການເດີນທະເລ ແລະ ການບິນຢູ່ທະເລຕາເວັນອອກ”.

        ເພື່ອຮັກສາຄວາມໝັ້ນຄົງຢູ່ພາກພື້ນ ຕໍ່ໜ້າບັນດາສິ່ງທ້າທາຍໃນປະຈຸບັນ, ທ່ານ Davidson ໄດ້ຍົກສູງບົດບາດຂອງອາຊຽນ, ຢືນຢັນວ່າ ບັນດາປະເທດອາຊຽນ ມີກຳລັງແຮງບັນລຸລະດັບວັດທະນາຖາວອນ, ຄວາມໝັ້ນຄົງ ແລະ ສະກັດກັ້ນບັນດາການປະທະກັນເມື່ອສາມັກຄີກັນ. ທ່ານຊີ້ແຈ້ງວ່າ: ອາເມລິກາ ແລະ ອາຊຽນ ແບ່ງປັນຄວາມເຄົາລົບຕໍ່ກົດໝາຍສາກົນ ແລະ ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ ແລະ ຢືນຢັນວ່າ, ກອງທັບເຮືອອາເມລິກາ ໄດ້ ແລະ ພວມສືບຕໍ່ສົມທົບກັບບັນດາປະເທດຄູ່ຮ່ວມມືໃນການຮັບມືກັບບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງຢູ່ທະເລ.

ຕອບກັບ

ຂ່າວ/ບົດ​ອື່ນ